ສະ​ຖານ​ທູດ ຫວຽດ​ນາມ​ຢ​ູ່​ຕ່າງ​ປະ​ເທດ​ຈັດ​ຕັ້ງ​ພິ​ທີ​ໄວ້​ອາ​ໄລອະດີດ​ປະ​ທານ​ປະ​ເທດເລ​ດຶກ​ແອັງ

(VOVWORLD) - ໃນສອງວັນໄວ້ອາໄລລະດັບຊາດ ອະດີດປະທານປະເທດ ພົນເອກ ເລດຶກແອັງ ທຸງຊາດ ຫວຽດນາມ ຢູ່ຄະນະເລຂາ ອາຊຽນໄດ້ເອົາລົງເຄິ່ງເສົ້າ.
ສະ​ຖານ​ທູດ ຫວຽດ​ນາມ​ຢ​ູ່​ຕ່າງ​ປະ​ເທດ​ຈັດ​ຕັ້ງ​ພິ​ທີ​ໄວ້​ອາ​ໄລອະດີດ​ປະ​ທານ​ປະ​ເທດເລ​ດຶກ​ແອັງ - ảnh 1ພະນັກງານ, ພາລະກອນ ສະຖານທູດ ຫວຽດນາມປະຈຳຍີ່ປຸ່ນ ໄວ້ອາໄລ ທ່ານພົນເອກ ເລດຶກແອັງ ອະດີດປະທານປະເທດ ຫວຽດນາມ.

ວັນທີ 3 ພຶດສະພາ, ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ໄດ້ຈັດຕັ້ງພິທີໄວ້ອາໄລ ແລະ ຂຽນປື້ມໄວ້ອາໄລ ທ່ານພົນເອກ ເລດຶກແອັງ ອະດີດປະທານປະເທດ ຫວຽດນາມ. ເຂົ້າຮ່ວມພິທີມີທ່ານນາງ ເລິມແທັງເຟືອງ, ອຸປະທູດສະຖານທູດ ຫວຽດນາມ ປະຈຳຍີ່ປຸ່ນ; ພະນັກງານ, ພາລະກອນ ສະຖານທູດ ແລະ ບັນດາອົງການຕາງໜ້າຂອງ ຫວຽດນາມ ປະຈຳຍີ່ປຸ່ນ; ຕາງໜ້າບັນດາອົງການຈັດຕັ້ງ, ສ່ວນບຸກຄົນຂອງປະເທດປະຈຳຖິ່ນ; ຕາງໜ້າ ບາງຄະນະທຸຕານຸທູດຂອງບາງປະເທດ ຄື ລາວ, ມຽນມາ, ອີນເດຍ ຢູ່ ນະຄອນຫຼວງ ໂຕກຽວ.

        ກ່າວຄຳເຫັນທີ່ພິທີໄວ້ອາໄລ, ທ່ານນາງ ເລິມແທັງເຟືອງ ໄດ້ກ່າວໂດຍຫຍໍ້ຊີວິດປະຫວັດຫຍໍ້, ຊີວິດ ແລະ ພາລະກິດ ຂອງທ່ານພົນເອກ ເລດຶກແອັງ ອະດີດປະທານປະເທດ. ທ່ານນາງໄດ້ເນັ້ນໜັກວ່າ: ກ່ວາ 80 ປີທີ່ເຄື່ອນໄຫວປະຕິວັດ, ທ່ານ ພົນເອກ ເລດຶກແອັງ ໄດ້ມີການປະກອບສ່ວນອັນໃຫຍ່ຫຼວງຫຼາຍຢ່າງຕໍ່ພາລະກິດປະຕິວັດອັນ ສະຫງ່າລາສີຂອງພັກ ແລະ ຂອງຊາດ; ການຈາກໄປຂອງທ່ານແມ່ນຄວາມເສຍຫາຍອັນໃຫຍ່ຫຼວງສຳລັບພັກ, ລັດ ແລະ ປະຊາຊົນ ຫວຽດນາມ. ບັນດາຜູ້ແທນໄດ້ກົ້ມຫົວໄວ້ອາໄລເປັນເວລາ 1 ນາທີຕໍ່ດວງວິນຍານຂອງ ທ່ານພົນເອກ ເລດຶກແອັງ ອະດີດປະທານປະເທດ ຫວຽດນາມ. ຫຼັງຈາກນັ້ນ, ຕາງໜ້າບັນດາອົງການຈັດຕັ້ງ ແລະສ່ວນບຸກຄົນໄດ້ຂຽນໃສ່ໃນປື້ມໄວ້ອາໄລ.

        ແລະ ກໍ່ໃນວັນດຽດກັນ, ສະຖານທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ກໍ່ຈັດຕັ້ງ ພິທີໄວ້ອາໄລ ແລະ ຂຽນປື້ມໄວ້ອາໄລ ທ່ານພົນເອກ ເລດຶກແອັງ ອະດີດປະທານປະເທດ ຫວຽດນາມຢ່າງສົມກຽດ. ບັນດາພະນັກງານ, ພາລະກອນສະຖານທູດ, ບັນດາອົງການຕາງໜ້າ ຂອງຫວຽດນາມ ປະຈຳອິນໂດເນເຊີຍໄດ້ຈຸດທູບ ອາໄລຫາ ແລະ ສະຫງວນເວລາ 1 ນາທີເພື່ອກົ້ນຫົວໄວ້ອາໄລຕໍ່ດວງວິນຍານຂອງທ່ານພົນເອກເລດຶກແອັງ ອະດີດປະທານປະເທດ ຫວຽດນາມ.

        ທ່ານ ຟ້າມວິງກວາງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ໄດ້ສະແດງໂສກເສົ້າເສຍດາຍຕໍ່ການຈາກໄປຂອງທ່ານພົນເອກ ເລດຶກແອັງ ອະດີດປະທານປະເທດ ຫວຽດນາມ, ເຊິ່ງເປັນການນຳດີເດັ່ນຂອງພັກ ແລະ ລັດ ຫວຽດນາມ.

        ສະຖານທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ກໍ່ໄດ້ເປີດປື້ມໄວ້ອາໄລທ່ານພົນເອກເລດຶກແອັງ ອະດີດປະທານປະເທດ ຫວຽດນາມໃນລະຫວ່າງ ວັນທີ 3 – 4 ພຶດສະພາ. ໃນສອງວັນໄວ້ອາໄລລະດັບຊາດ ອະດີດປະທານປະເທດ ພົນເອກ ເລດຶກແອັງ ທຸງຊາດ ຫວຽດນາມ ຢູ່ຄະນະເລຂາ ອາຊຽນໄດ້ເອົາລົງເຄິ່ງເສົ້າ.

ຕອບກັບ

ຂ່າວ/ບົດ​ອື່ນ