ສະ​ຖານ​ທູດ ອາ​ເມ​ລິ​ກາ ມອບ​ອຸ​ປະ​ກອນ​ໃນ​ຫ້ອງກວດ​ວິ​ໄຈ​ຫ​າ​ເຊື້ອ​ພະ​ຍາດ​ໂຄວິດ - 19 ໃຫ້​ແກ່ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ

(VOVWORLD) - ວັນທີ 6 ກໍລະກົດ, ຢູ່ ຮ່າໂນ້ຍ ໄດ້ດຳເນີນພິທີມອບ - ຮັບ ອຸປະກອນໃນຫ້ອງກວດວິໄຈຫາເຊື້ອພະຍາດໂຄວິດ - 19 ໂດຍສະຖານທູດ ອາເມລິກາ ປະຈຳ ຮ່າໂນ້ຍ ມອບໃຫ້ກະຊວງປ້ອງກັນປະເທດ ຫວຽດນາມ. 
ສະ​ຖານ​ທູດ  ອາ​ເມ​ລິ​ກາ ມອບ​ອຸ​ປະ​ກອນ​ໃນ​ຫ້ອງກວດ​ວິ​ໄຈ​ຫ​າ​ເຊື້ອ​ພະ​ຍາດ​ໂຄວິດ - 19 ໃຫ້​ແກ່ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ - ảnh 1ພິທີມອບຮັບ (ພາບ: qdnd.vn)

ໂດຍຕ່າງໜ້າໃຫ້ກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານພົນຕີ ຫງວຽນຊວັນກຽນ, ຫົວໜ້າກົມເສນາຮັກ (ກົມໃຫຍ່ພະລາທິການ) ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ສະຖານທູດ ອາເມລິກາ, ພ້ອມທັງເນັ້ນໜັກວ່າ ນີ້ແມ່ນການຊ່ວຍເຫຼືອຢ່າງທັນການ ແລະ ສຳຄັນ, ປະກອບສ່ວນຫຼຸດຜ່ອນຄວາມໜັກໜ່ວງຂອງວຽກງານກວດວິໄຈຫາເຊື້ອພະຍາດໂຄວິດ - 19 ກໍຄືຊ່ວຍກອງທັບປະຊາຊົນ ຫວຽດນາມ ເພີ່ມທະວີຄວາມສາມາດໃນການຮັບມືກັບໂລກລະບາດໃນໄລຍະຈະມາເຖິງ.

        ທ່ານ Christpher Klein ອຸປະທູດຊົ່ວຄາວສະຖານທູດ ອາເມລິກາ ປະຈຳ ຮ່າໂນ້ຍ ເຊື່ອໝັ້ນວ່າ ຈຳນວນອຸປະກອນໃນຫ້ອງກວດວິໄຈຫາເຊື້ອພະຍາດໂຄວິດ - 19 ໂດຍສະຖານທູດ ອາເມລິກາ ມອບໃຫ້ນີ້ ຈະປະກອບສ່ວນຊ່ວຍໃຫ້ກົມເສນາຮັກ ດຳເນີນການກວດວິໄຈເຄື່ອນທີ່ໃຫ້ແກ່ປະຊາຊົນໄດ້ຢ່າງມີປະສິດທິຜົນ. ທ່ານ ກໍຫວັງວ່າ ຜ່ານການຮ່ວມມື, ຫວຽດນາມ ແລະ ອາເມລິກາ ຈະພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ ຍ້ອນໂລກລະບາດໂຄວິດ - 19 ກໍ່ຂຶ້ນ.

 


ຕອບກັບ

ຂ່າວ/ບົດ​ອື່ນ