ສະ​ຖານ​ທູດ ໂປ​ໂລຍ ມອບ ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 AstraZeneca ຈຳ​ນວນກວ່າ 500.000 ໂດ​ສ ໃຫ​້​ແກ່​ກະ​ຊ​ວງ​ສາ​ທາ​ລະ​ນ​ະ​ສຸກ ຫວຽດ​ນາມ

(VOVWORLD) -ທ່ານ Wojciech Gerwel, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ໂປໂລຍ ປະຈຳ ຫວຽດນາມ ໄດ້ຕາງໜ້າໃຫ້ລັດຖະບານ ໂປແລນ ມອບວັກຊິນກະພະຍາດໂຄວິດ - 19 AstraZeneca ຈຳນວນ 501.600 ໂດສ ໂດຍລັດຖະບານ ໂປໂລຍ ມອບໃຫ້ ຫວຽດນາມ ເປັນຂອງຂວັນເພື່ອຮັບໃຊ້ວຽກງານປ້ອງກັນ, ຕ້ານໂລກລະບາດ.
ສະ​ຖານ​ທູດ ໂປ​ໂລຍ ມອບ ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 AstraZeneca ຈຳ​ນວນກວ່າ 500.000 ໂດ​ສ ໃຫ​້​ແກ່​ກະ​ຊ​ວງ​ສາ​ທາ​ລະ​ນ​ະ​ສຸກ ຫວຽດ​ນາມ - ảnh 1ພິທີມອບ - ຮັບ (ພາບ: VGP)

ຕອນເຊົ້າວັນທີ 23 ສິງຫາ, ຢູ່ຮ່າໂນ້ຍ, ທ່ານ Wojciech Gerwel, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ໂປໂລຍ ປະຈຳ ຫວຽດນາມ ໄດ້ຕາງໜ້າໃຫ້ລັດຖະບານ ໂປແລນ ມອບວັກຊິນກະພະຍາດໂຄວິດ - 19 AstraZeneca ຈຳນວນ 501.600 ໂດສ ໂດຍລັດຖະບານ ໂປໂລຍ ມອບໃຫ້ ຫວຽດນາມ ເປັນຂອງຂວັນເພື່ອຮັບໃຊ້ວຽກງານປ້ອງກັນ, ຕ້ານໂລກລະບາດ. ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ເຈືອງກວັກເກື່ອງ ໄດ້ຕາງໜ້າກະຊວງສາທາລະນະສຸກ ຫວຽດນາມ ຮັບເອົາວັກຊິນງວດດັ່ງກ່າວ.

        ນອກຈາກຈຳນວນວັກຊິນດັ່ງກ່າວແລ້ວ, ໂປໂລຍ ກໍຢັ້ງຢືນວ່າ ໂປໂລຍ ພ້ອມແລ້ວທີ່ຈະຊ່ວຍເຫຼືອວັກຊິນກັນພະຍາດໂຄວິດ - 19 ປະມານ 3 ລ້ານໂດສ ໃຫ້ແກ່ ຫວຽດນາມ. ຄາດວ່າ ໂປໂລຍ ຈະສົ່ງວັດຖຸອຸປະກອນການແພດຮັບໃຊ້ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃຫ້ແກ່ ຫວຽດນາມ ໃນຕົ້ນເດືອນກັນຍາ 2021 ນີ້.


ຕອບກັບ

ຂ່າວ/ບົດ​ອື່ນ