ສະຖານທູດຈີນ ຈັດງານລ້ຽງເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນສະຖາປະນາສາທາລະນະປະຊາຊົນຈີນ

ສະຖານທູດຈີນ ຈັດງານລ້ຽງເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນສະຖາປະນາສາທາລະນະປະຊາຊົນຈີນ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ເຂົ້າ​ຮ່ວມ
​ພິທີ​ສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນ​ສະຖາປະນາ​ສາ​ທາ​ລະນະ​ປະຊາຊົນ​ຈີນ
(ພາບ: VGP)


(vovworld) – ​​ຕອນ​ຄໍ່​າວັນ​ທີ 29/09, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫວູວັນ​ນິງ ​ເຂົ້າ​ຮ່ວມ​ງານ​ລ້ຽງເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນ​ສະຖາປະນາ​ສາ​ທາ​ລະນະ​ປະຊາຊົນ​ຈີນ (01/10/1949 – 01/10/2014) ​ໂດຍ​ສະຖານທູດ​ຈີນ ປະຈຳ​ຫວຽດນາມ ຈັດ​ຕັ້ງ. ກ່າວ​ຄຳ​ເຫັນ​ຢູ່​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ຢືນຢັນ​ວ່າ ພັກ, ລັດ, ລັດຖະບານ ​ແລະ ປະຊາຊົນ​ຫວຽດນາມ ປາດ​ຖະໜາ​ ​ແລະ ພ້ອ​ມ​ແລ້ວ​ຈະ​ພ້ອມ​ກັບ​ພັກ, ລັດ, ລັດຖະບານ ​ແລະ ປະຊາຊົນ​ຈີນ ປັບປຸງ, ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ຫວຽດນາມ - ຈີນ, ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ປະຊາຊົນ 2 ປະ​ເທດ, ນຳ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ​ຫວຽ​ດນາມ - ຈີນ ພັດທະ​ທາ​ຢ່າງບໍ່​ຢຸດ​ຢັ້ງປະກອບສ່ວນ​ໃຫ້​ແກ່​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ພັດທະນາ​ຂອງ​ພາກ​ພື້ນ ​ແລະ ​ໃນ​ໂລກ. ທ່ານ​ເອກ​ອັກຄະ​ລັດຖະທູດ​ຈີນ ​ໂຄງ​ແຊ໋ວຢູງ ຖື​ວ່າ, ​ໃນ​ໄລຍະ​ຜ່ານ​ມາ ດ້ວຍ​ຄວາມ​ມານະ​ພະຍາຍາມ​ລວມຂອງ​ທັງ 2 ຝ່າຍ, ການ​ພົວພັນ​ລະຫວ່າງ​ຫວຽດນາມ - ຈີນ ສືບ​ຕໍ່​ຮັກສາ​ທ່າ​ອ່ຽງພັດທະນາ; ພ້ອມ​ທັງ​ຢືນຢັນ​ວ່າ, ຈີນ ປາດ​ຖະໜາ​ຢາກ​ພ້ອມ​ກັບ​ຫວຽດນາມ ປັບປຸງ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ໃຫ້​ເລິກ​ເຊິ່ງກວ່າ​ອີກ, ​ເປີດ​ກວ້າງ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດຮອບດ້ານ ບັນລຸ​ໄດ້​ບັນດາ​ບາດກ້າວ​ໃໝ່.

ຂ່າວ/ບົດ​ອື່ນ