ສະຖານທູດບັນດາປະເທດອາຊຽນປະຈຳສະຫະພັນລັດເຊຍຈັດຕັ້ງພິທີສະເຫຼີມສະຫຼອງ48ປີແຫ່ງວັນສ້າງຕັ້ງ

ສະຖານທູດບັນດາປະເທດອາຊຽນປະຈຳສະຫະພັນລັດເຊຍຈັດຕັ້ງພິທີສະເຫຼີມສະຫຼອງ48ປີແຫ່ງວັນສ້າງຕັ້ງ - ảnh 1
ທ່ານ​ເອກອັກຄະ​ລັດຖະທູດ​ອິນ​ໂດ​ເນ​ເຊຍ Djauhari Oratmangun
ກ່າວ​ຄຳ​ເຫັນ​​ໄຂ “ວັນ​ອາ​ຊຽນ”​
(ພາບ: TTXVN)


(vovworld) – ​ເນື່ອງ​ໃນ​ໂອກາດເຫຼີມສະຫຼອງ 48 ປີ​ແຫ່ງ​ວັນ​ສ້າງ​ຕັ້ງອາ​ຊຽນ (08/08/1967). ຕອນ​ຄໍ່າ​ວັນ​ທີ 06/10, ຢູ່​ນະຄອນຫຼວງ​ມົດສກູ, ​ປະ​ເທດ​ລັດ​ເຊ​ຍ. ເອກ​ອັກ​ຄະ​ລັດຖະທູດ​ບັນດາ​ປະ​ເທດ​ອາ​ຊຽນ ປະຈຳ​ສະຫະພັນ​ລັດ​ເຊຍ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ “ວັນ​ອາ​ຊຽນ” ​ແລະ ​ພົບ​ປະ​ແລກປ່ຽນ​ວັດທະນະທຳ. ນີ​້​ແມ່ນ​ການ​ເຄື່ອນ​ໄຫ​ວ​​ໄດ້​ຈັດ​ຂຶ້ນ​ແຕ່ລະ​ປີ, ​ເພື່ອ​ແນ​ໃສ່​ປັບປຸງ​ກຸ່ມ​ກ​້​ອນສາມັກຄີ​ອາ​ຊຽນ ​ແລະ ​ເພື່ອ​ໃຫ້​ເພື່ອນ​ມິດສາ​ມາດ​ເຂົ້າ​ໃຈ​ກ່ຽວ​ກັບ​ອາ​ຊຽນ ຫຼາຍກວ່າ. ກ່າວ​ຄຳ​ເຫັນ​​ໄຂ “ວັນ​ອາ​ຊຽນ”​, ທ່ານ​ເອກອັກຄະ​ລັດຖະທູດ​ອິນ​ໂດ​ເນ​ເຊຍ Djauhari Oratmangun, ຢືນຢັນ​ວ່າ, ຄວາມ​ສະ​ໜິດຕິ​ດພັນ​ຂອງ​ປະຊາຊົນ​ອາ​ຊຽນ ​ໃນ​ຕະຫຼອດ​ໄລ​ຍະ 48 ປີຜ່ານມາ ພວມ​ປະກອບສ່ວນ​ສຳຄັນ ​ເພື່ອ​ໃຫ້​ອາ​ຊຽນກາຍ​ເປັນ​ປະຊາ​ຄົມ​ໜຶ່ງ​ໃນ​ປີ 2015 ​ຢ່າງ​​ແທດ​ຈິງ ​ແລະ ພວມ​ນັບ​ມື້​ນັບ​ພັດທະນາ.

        ພາຍຫຼັງ​ການ​ເຄື່ອນ​ໄຫວ​ດັ່ງກ່າວ, ທ່ານ​ເອກ​ອັກ​ຄະ​ລັດຖະທູ​ດກຳປູ​ເຈຍ ປະຈຳ​ສະຫະພັນ​ລັດ​ເຊ​ຍ Thai Vanna ຈະ​ດຳລົງ​ຕຳ​ແໜ່​ງປະທານ​ໝູນວຽນ​ຄະນະ​ກຳມະການ​ອາ​ຊຽນ ປະຈຳ​ສະຫະພັນ​ລັດ​ເຊຍ, ​ໃນ​ອະ​ຍຸ​ການ 6 ​ເດືອ​ນຕໍ່​ໄປ.

ຂ່າວ/ບົດ​ອື່ນ