ສະ​ຖານ​ທູດ​ປະ​ເທດ​ເຈົ້າ​ພາບ World Cup 2023 ພົ​ບ​ປະໂອ້​ລົມ​ໃຫ້​ກຳ​ລັງ​ໃຈ​ຄະ​ນະ​ນັກ​ກິ​ລາຍິງ ຫວຽດ​ນາມ

(VOVWORLD) - ຕອນຄ່ຳວັນທີ 2 ກໍລະກົດ, ຢູ່ຮ່າໂນ້ຍ, ສະຖານທູດ ນິວຊີແລນ ແລະ ສະຖານທູດ ອົດສະຕາລີ ປະຈຳ ຫວຽດນາມ ໄດ້ຈັດງານພົບປະສັງສັນ, ລະດົມກຳລັງໃຈແກ່ຄະນະນັກກິລາບານເຕະຍິງແຫ່ງຊາດ ຫວຽດນາມ ເດີນທາງໄປເຂົ້າຮ່ວມຮອບຊິງຊະນະເລີດກິລາບານເຕະຍິງໂລກ 2023 (World Cup ຍິງ 2023).
ສະ​ຖານ​ທູດ​ປະ​ເທດ​ເຈົ້າ​ພາບ World Cup 2023 ພົ​ບ​ປະໂອ້​ລົມ​ໃຫ້​ກຳ​ລັງ​ໃຈ​ຄະ​ນະ​ນັກ​ກິ​ລາຍິງ ຫວຽດ​ນາມ - ảnh 1ຄູຝຶກ ມາຍດຶກຈູງ ສະແດງຄວາມຂອບອົກຂອບໃຈມາຍັງສະຖານທູດ ນິວຊີແລນ ແລະ ອົດສະຕາລີ (ພາບ: kenh14.vn)

ທີ່ການພົບປະ, ທ່ານເອກອັກຄະລັດຖະທູດ ອົດສະຕາລີ ປະຈໍາ ຫວຽດນາມ Andrew Goledzinowski ແລະ ທ່ານເອກອັກຄະລັດຖະທູດ ນິວຊີແລນ ປະຈຳ ຫວຽດນາມ Tredene Dobson ໄດ້ສະແດງຄວາມປິຕິຊົມຊື່ນ ແລະ ຊົມເຊີຍຄະນະຄູຝຶກ ແລະ ບັນດານັກກິລາບານເຕະຍິງ ຫວຽດນາມ ທີ່ໄດ້ກາຍເປັນສ່ວນໜຶ່ງທີ່ສຳຄັນຂອງເຫດການກິລານີ້. ພ້ອມທັງເຊື່ອໝັ້ນວ່າ ບັນດານັກກິລາ ຫວຽດນາມ ຈະເຮັດໃຫ້ປະຊາຊົນ ຫວຽດນາມ ມີຄວາມເອກອ້າງທະນົງໃຈ.

        ຕາງໜ້າຄະນະນັກກິລາ ຫວຽດນາມ, ຄູຝຶກ ມາຍດຶກຈູງ ກໍ່ສະແດງຄວາມຂອບອົກຂອບໃຈມາຍັງສະຖານທູດ ນິວຊີແລນ ແລະ ອົດສະຕາລີ. ພ້ອມທັງໃຫ້ຮູ້ຕື່ມອີກວ່າ:

       “ນີ້ເປັນຄັ້ງທຳອິດທີ່ເພງຊາດ ຫວຽດນາມ ຈະໄດ້ບັນເລັງບົນສະໜາມແຂ່ງຂັນບານເຕະຍິງລະດັບໂລກ. ບານເຕະຍິງ ຫວຽດນາມ ກໍລໍຄອຍສິ່ງດັ່ງກ່າວມາແຕ່ດົນນານແລ້ວ. ເພື່ອມີໜ້າເຂົ້າຮ່ວມການແຂ່ງຂັນນີ້, ທິມລາບານເຕະຍິງ ຫວຽດນາມ ກໍພວມມານະພະຍາຍາມ ແລະ ຝຶກແອບຢ່າງຕັ້ງໜ້າ”.

        ຕາມແຜນການແລ້ວ, ທິມບານເຕະຍິງ ຫວຽດນາມ ຈະເລີ່ມເດີນທາງໄປຍັງ ນິວຊີແລນ ໃນວັນທີ 5 ກໍລະກົດ ເພື່ອກະກຽມໃຫ້ແກ່ການແຂ່ງຂັນໃນຮອບຊິງຊະນະເລີດ World Cup ຍິງ 2023. ນະທີ່ນີ້, ທິມກິລາບານເຕະຍິງ ຫວຽດນາມ ຈະແຂ່ງຂັນມິດຕະພາບກັບ ນິວຊີແລນ ໃນວັນທີ 10 ກໍລະກົດ ແລະ ແອັດສະປາຍໃນວັນທີ 15 ກໍລະກົດ. ແລ້ວຈະພົບກັບທິມກິລາບານເຕະຍິງ ອາເມລິກາ ໃນ World Cup ຍິງ 2023  ໃນວັນທີ 22 ກໍລະກົດ, ພົບກັບ ປອກຕຸຍການ ໃນວັນທີ 27 ກໍລະກົດ ແລະ ໂຮນລັງໃນວັນທີ 1 ສິງຫາ.

ຕອບກັບ

ຂ່າວ/ບົດ​ອື່ນ