ສະຖານທູດລັດເຊຍຢູ່ຊີຣີຖືກບຸກໂຈມຕີ

ສະຖານທູດລັດເຊຍຢູ່ຊີຣີຖືກບຸກໂຈມຕີ - ảnh 1
ສະຖານທູດລັດເຊຍຢູ່ຊີຣີ
(ພາບ: Sputnik)

(vovworld)- ແຈ້ງ​ການ​ຈາກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລັດ​ເຊຍໃນ​ວັນ​ທີ 29/10 ໃຫ້​ຮູ້​ວ່າ: ​ໃນ​ວັນ​ທີ 28/10 ສະ​ຖານ​ທູດ ລັດ​ເຊຍ ຢູ່ ນະ​ຄອນ​ຫລວງ Damascus ຂອງ ຊີ​ຣີ ຖືກ​ບັນ​ດາ​ກຸ່ມ​ກໍ່​ການ​ຮ້າຍ​ບຸກ​ໂຈມ​ຕີ ດ້ວຍ​ລູ​ກ​ປືນ​ໃຫຍ່ 2 ລູກ. ເຫດ​ບຸກ​ໂຈມ​ຕີ​ດ້ວຍ​ການ​ຍິງ​ລູກ​ປືນ​ໃຫຍ່ນີ້​ໄດ້​ປະ​ຕິ​ບັດ​ຈາກ​ເຂດ Jobar ທີ່​ພວມ​ຖືກ​ບັນ​ດາ​ກຳ​ລັງ​ຕ້ານ​ລັດ​ຖະ​ບານ ຊີ​ຣີ ຄວບ​ຄຸມ. ຕາມ​ແຈ້ງ​ການ​ດັ່ງ​ກ່າວ, ບໍ່​ມີ​ຜູ້​ຖືກ​ບາດ​ເຈັບ​ລົ້ມ​ຕາຍ​ໃນ​ເຫດ​ບຸກ​ໂຈມ​ຕີ​ດັ່ງ​ກ່າວ, ໃນ​ຂະ​ນະ​ທີ່​ສຳ​ນັກ​ງານ​ສະ​ຖານ​ທູດ​ຖືກ​ເປ່​ເພບໍ່​ປານ​ໃດ. ນີ້​ແມ່ນ​ຄັ້ງ​ທີ 3 ໃນ​ເວ​ລາ​ 1 ເດືອນ​ຜ່ານ​ມາ ສະ​ຖານ​ທູດ ລັດ​ເຊຍ ຢູ່ ຊີ​ຣີ້ ຖືກ​ບຸກ​ໂຈມ​ຕີ​ຈາກ​ບັນ​ດາ​ເຂດ​ໂດຍ​ກຳ​ລັງ​ຕ້ານ​ລັດ​ຖະ​ບານ ຊີ​ຣີ ຄວບ​ຄຸມ.ໃນ​ວັນ​ດຽວ​ກັນ, ສ​ະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໄດ້ ກ່າວ​ປະ​ນາມ​ຢ່າງ​ແຮງ​ຕໍ່​ເຫດ​ບຸກ​ໂຈມ​ຕີ​ດັ່ງ​ກ່າວ.


ຂ່າວ/ບົດ​ອື່ນ