ສະຖານທູດລາວ ປະຈຳ ລັດເຊຍ ອວຍພອນປີໃໝ່ ຫວຽດນາມ ປີມະໂລງ 2024

(VOVWORLD) - ປີ 2023, ສາຍພົວພັນແບບພິເສດ ຫວຽດນາມ - ລາວ ເວົ້າລວມ, ກໍ່ຄືສາຍພົວພັນ ລະຫວ່າງ ສອງສະຖານທູດ ຫວຽດນາມ ແລະ ລາວ ເວົ້າສະເພາະ, ໄດ້ມີການພັດທະນາເປັນຢ່າງດີ.
ສະຖານທູດລາວ ປະຈຳ ລັດເຊຍ ອວຍພອນປີໃໝ່ ຫວຽດນາມ ປີມະໂລງ 2024 - ảnh 1(ທ່ານນາງເອກອັກຄະລັດຖະທູດ ວິລາວັນ ເຍ່ຍປໍເຮີ, ໄດ້ໄປສະຖານທູດ ຫວຽດນາມ ປະຈຳ ລັດເຊຍ ເພື່ອອວຍພອນປີໃໝ່)

        ວັນທີ 25 ມັງກອນ ຜ່ານມາ, ເນື່ອງໃນໂອກາດວັນບຸນເຕັດປະເພນີປີໃໝ່ ຫວຽດນາມ, ຄະນະສະຖານທູດ ລາວ ປະຈຳ ສະຫະພັນລັດເຊຍ, ນຳໂດຍ ທ່ານນາງເອກອັກຄະລັດຖະທູດ ວິລາວັນ ເຍ່ຍປໍເຮີ, ໄດ້ໄປສະຖານທູດ ຫວຽດນາມ ປະຈຳ ລັດເຊຍ ເພື່ອອວຍພອນປີໃໝ່.

        ທີ່ພິທີຕ້ອນຮັບ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລັດເຊຍ ດັ໋ງມິງຄອຍ ເໜັ້ນໜັກ: ປີ 2023, ສາຍພົວພັນແບບພິເສດ ຫວຽດນາມ - ລາວ ເວົ້າລວມ, ກໍ່ຄືສາຍພົວພັນ ລະຫວ່າງ ສອງສະຖານທູດ ຫວຽດນາມ ແລະ ລາວ ເວົ້າສະເພາະ, ໄດ້ມີການພັດທະນາເປັນຢ່າງດີ.

        ເອກອັກຄະລັດຖະທູດທັງສອງທ່ານຫວັງວ່າ ປີ 2024, ສາຍພົວພັນຂອງສອງປະເທດຈະນັບມື້ນັບພັດທະນາຢ່າງແຂງແກ່ນຂຶ້ນຕື່ມອີກ, ຕອບສະໜອງໄດ້ເຖິງຄວາມຄາດຫວັງຂອງປະຊາຊົນສອງປະເທດ. ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລັດເຊຍ ດັ໋ງມິງຄອຍ ແລະ ທ່ານນາງເອກອັກຄະລັດຖະທູດ ວິລາວັນ ເຍ່ຍປໍເຮີ ໄດ້ເຫັນດີເປັນເອກະພາບວ່າ ໃນປີ 2024, ສອງສະຖານທູດ ຈະເພີ່ມທະວີການຮ່ວມມືໃຫ້ແໜ້ນແຟ້ນ, ສືບຕໍ່ຈັດບັນດາກິດຈະກຳທີ່ເປັນປະໂຫຍດ, ເຊັ່ນ: ການພົບປະແລກປ່ຽນວັດທະນະທຳ, ສິລະປະ, ກິລາ, ແນໃສ່ຮັດແໜ້ນຄວາມຮັກແພງລະຫວ່າງພະນັກງານ, ລັດຖະກອນ ສະຖານທູດ ຫວຽດນາມ ແລະ ລາວ ປະຈຳ ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ