ສະຖານທູດລາວ ປະຈຳໄທ ອວຍພອນວັນ ສະຖາປະນາຫວຽດນາມ

ສະຖານທູດລາວ ປະຈຳໄທ ອວຍພອນວັນ ສະຖາປະນາຫວຽດນາມ - ảnh 1
(ທ່ານ​ເອກ​ອັກຄະ​ລັດຖະທູດລາວ  ປະຈຳ​ໄທ ຫຼີ ບຸນ​ຄ້ຳ
ອວຍພອນ​ວັນ​ສະຖາປະນາ​ຫວຽດນາມ)


(vovworld) – ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 69 ປີ​ແຫ່ງ​ວັນສະຖາປະນາຫວຽດນາມ (02/09/1945 – 02/09/2014), ວັນ​ທີ 27/08, ທ່ານ​ເອກ​ອັກຄະ​ລັດຖະທູດລາວ  ປະຈຳ​ໄທ ຫຼີ ບຸນ​ຄ້ຳ ພ້ອມ​ກັບ​ຄະນະ​ພະນັກງານ​ຂອງ​ສະຖານທູດ​ລາວ ​ໄດ້ມາ​ອວຍພອນ​ພະນັກງານ, ພາລະ​ກອນ​ສະຖານ​ທູດ​ຫວຽດນາມ ປະຈຳ​ໄທ. ທ່ານ​ເອກ​ອັກຄະ​ລັດຖະທູດ ຫຼີ ບຸນ​ຄ້ຳ ​ເຊື່ອ​ໝັ້ນ​ວ່າ​ ປະຊາຊົນ ​ແລະ ປະ​ເທດ​ຫວຽດນາມ ຈະ​ສືບ​ຕໍ່​ພັ​ດທະນາ​ຢ່າງ​ໝັ້ນຄົງ​ເຂັ້ມ​ແຂງ ​ແລະ ຈະ​ເລີນຮຸງ​ເຮືອງ. ສ່ວນທ່ານ​​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ປະຈຳ​ໄທ ຫງວຽນ​ເຕີ​ດ​ແທ່ງ ສະ​ແດງ​ຄວາມ​ເອກອ້າງ​ທະນົງ​ໃຈ​ຕໍ່​ຄວາມ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ​ຫວຽດນາມ - ລາວ. ​ເອກ​ອັກຄະ​ລັດຖະທູດ 2 ທ່ານ​ກໍ່​ແລກປ່ຽນບັນດາ​ມາດ​ຕະການ​ເພີ່ມ​ທະວີ​ການ​ຮ່ວມມື​ລະຫວ່າງ 2 ປະ​ເທດ, ​ໂດຍ​ສະ​ເພາະ​ແມ່ນ​ດ້ານ​ເສດຖະກິດ, ການ​ຄ້າ, ຄົມມະນາຄົມ ​ແລະ ການທ່ອງທ່ຽວ​.

ຂ່າວ/ບົດ​ອື່ນ