ສະຖານທູດລາວປະຈຳຫວຽດນນາມຈັດງານລ້ຽງເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດຄົບຮອບ40ປີ

(vovworld) - ​​ຕ​ອນ​​ຄ່ຳ​ວັນ​ທີ 30/11, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ, ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ​ສ​ປ​ປ​ລາວ ປະ​ຈຳ​ຮ່າ​ໂນ້ຍ ທອງ​ສະ​ຫວັນ ພົມ​ວິ​ຫານ ໄ​ດ້​ຈັດ​ງານ​ລ້ຽງຢ່າງ​ສົມ​ກຽດ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 40 ປີ​ແຫ່ງວັນຊາດ​​ສ​ປ​ປ.ລາວ (02/12/1975 – 02/12/2015). ເຂົ້າ​ຮ່ວມ​ພິ​ທີ​ມີ​ທ່ານ ເລ​ຮົ່ງ​ແອງ, ກຳ​ມະ​ການ​ກົມ​ການ​ເມືອງ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ສູນ​ກາງ​ພັກ; ທ່ານ​ນາງ ຫງວຽນ​ທິ​ຢ​ວານ, ກຳ​ມະ​ການ​ສູນ​ກາງ​ພັກ, ຮອງ​ປະ​ທານ​ປະ​ເທດ; ທ່ານ ຫວູ​ວັນ​ນິງ, ກຳ​ມະ​ການ​ສູນ​ກາງ​ພັກ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ພ້ອມ​ກັບ​ຜູ້​ຕາງ​ໜ້າ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ຂອງ​ຫວຽດ​ນາມ ແລະ ​ບັນ​ດາເອກ​ອັກ​ຄະ​ລັດ​ຖະ​ທູດ, ນັກ​ການ​ທ​ູດ ແລະ ຜູ້​ຕາງ​ໜ້າ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຢູ່​ຮ່າ​ໂນ້ຍ.


ສະຖານທູດລາວປະຈຳຫວຽດນນາມຈັດງານລ້ຽງເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດຄົບຮອບ40ປີ - ảnh 1
(ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວ ທອງ​ສະ​ຫວັນ ພົມ​ວິ​ຫານ)

ກ່າວ​ຄຳ​ເຫັ​ນ​ທີ່​ພິ​ທີ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວ ທອງ​ສະ​ຫວັນ ພົມ​ວິ​ຫານ ຊີ້​ແຈ້ງວ່າ, ຈາກ​ປະ​ເທດ​ທີ່ຫຼ້າ​ຫຼັງ, ​ດ້ອຍ​ພັດ​ທະ​ນາ, ພາຍ​ຫຼັງ 40 ປີ, ພິ​ເສດ​ແມ່ນ​ພາຍ​ຫຼັງ 29 ​ປີແຫ່ງ​ການ​ປະ​ຕ​ິ​ຮູບ, ລາວ ໄດ້​ພັດ​ທະ​ນາ​ເທື່ອ​ລະ​ກ້າວ, ລະ​ດັບ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ GDP ຄິດ​ສະ​ເລ່ຍ​​ແມ່ນປະ​ມານ 7%/ປ​ີ; ອັດ​ຕາ​ສ່ວນ​ປະ​ຊາ​ຊົນ​ຮູ້​ໜັງ​ສື​ກວມ​ເອົາ 99%; ພົນ​ລະ​ເມືອງ 98% ສາ​ມາດ​ສຳ​ພັດ​ກັບ​ບັນ​ດາ​ການ​ບໍ​ລິ​ການ​ດ້ານ​ສາ​ທາ​ລະ​ນະ​ສຸກ ແລະ 89% ຈຳ​ນວນ​ຄອບ​ຄົວ​ໃນ​ທົ່​ວ​ປະ​ເທດ​ມີ​ໄຟ​ຟ້າ​ນຳ​ໃຊ້. ກ່ຽວ​ກັບ​ພື້ນ​ຖານ​ໂຄງ​ລ່າງ​ເສດ​ຖະ​ກິດ - ສັງ​ຄົມ ​ແມ່ນໄດ້​ຮັບ​ປັບ​ປ​ຸງ​ເທື່ອ​ລະ​ກ້າວ, ມີ​​ເສັ້ນ​ທາງ​ຄົມ​ມະ​ນາ​ຄົມ​ເຊື່ອມ​ຕໍ່​ລະ​ຫວ່າງ​ເມືອງ… ດ້ວຍ​ຜົນ​ງານ ແລະ ໂຊ​ຊະ​ນະ​ໃນ​​ຫຼາຍດ້ານ​ດັ່ງ​ກ່າວ, ປະ​ຈ​ຸ​ບັນ, ລາວ ໄດ້​ກາຍ​ເປັນ​ປະ​ເທດ​ ​ມີ​ຄວາມ​ໝັ້ນ​ຄົງ​ດ້ານ​ການ​ເມືອງ, ​ຮັບ​ປະ​ກັນຄວາມ​ສະ​ຫງົບ​ປອດ​ໄພ​ທາງ​ສັງ​ຄົມ​, ເສດ​ຖະ​ກິດ​ນັບ​ມື້​ນັບ​ພັດ​ທະ​ນາ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູ​ດ​ກໍ​ເນັ້ນ​ໜັກ​ວ່າ, ​ໃນ​ຕະ​ຫຼອດ 40 ປີ​ຜ່ານ​ມາ, ເຖິງວ່​າ​ສະ​ພາບ​ໂລກ ແລະ ພາກ​ພື້ນ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ ຍາກ​ທີ່​ຈະ​​ຄາດ​​ຄະ​ເນ​ໄດ້, ແຕ່​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບ​ບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ລາວ ແລະ ຫວຽດ​ນາມ ຍັງຄົງ​ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງບໍ່​ຢຸ​ດຢັ້ງ​ໃນ​ທຸກ​ຂົງ​ເຂດ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ທອງ​ສະ​ຫວັນ ພົມ​ວິ​ຫານ ໃຫ້​ຮູ້​ວ່າ.


(ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວ ທອງ​ສະ​ຫວັນ ພົມ​ວິ​ຫານ)
ສະຖານທູດລາວປະຈຳຫວຽດນນາມຈັດງານລ້ຽງເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດຄົບຮອບ40ປີ - ảnh 2
(ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫງວຽນ​ທິຢ​ວານ)

​ກ່າວ​ຄຳ​ເຫັ​ນທີ່​ພິ​ທີ, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫງວຽນ​ທິຢ​ວານ ​ໄດ້ອວຍ​ພອນ​ບັນ​ດາ​ໄ​ຊ​ຊະ​ນະ​ອັນ​ຍິ່ງ​ໃຫຍ່, ຮອບ​ດ້ານ​ ແລະ ມີ​ຄວາມ​ໝາຍ​ປະ​ຫວັດ​ສາດ​ເຊິ່ງ​ປະ​ເທດ​ລາວ ບັນ​ລຸ​ໄດ້​ໃນ​ຕະ​ຫຼອດ 40 ປີ​ຜ່ານ​ມາ.

      “ພັກ ແລະ ລັດ​ຫວຽດ​ນາມ ຍາມ​ໃດ​ກໍ​ຖື​ເປັນ​ສຳ​ຄັນ ແລະ ໃຫ້​ບຸ​ລິ​ມະ​ສິດ​ສູງ​ສຸດ​ໃຫ້​ແກ່ການ​ປັບ​ປຸງ ແລະ ເພີ່ມ​ທະ​ວ​ີ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ກັບ​ລາວ ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ການ​ພັດ​ທະ​ນາ​ຢູ່​ພາກ​ພື້​ນ ແລະ ໃນ​ໂລກ. ຕາງ​ໜ້າ​ໃຫ້​ພັກ, ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ, ຂ້າ​ພະ​ເຂົ້າ​ຂໍ​ອວຍ​ພອນ​ໃຫ້​ປະ​ຊາ​ຊົ​ນ​ລາວ ອ້າຍ​ນ້ອງ, ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ອັນ​ສະ​ຫຼາດ​ສ່ອງ​​ໃສ​ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ໂດຍ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທ່ານ​ປະ​ເທດ​ລາວ ຈູມ​ມາ​ລີ ໄຊ​ຍະ​ສອນ ນຳ​ໜ້າຈ​ະ​ສືບ​ຕໍ່​ຍາດ​ໄດ້​ບັນດາ​​ໄຊ​ຊະ​ນະ​ໃໝ່​ທີ່​ຍິ່ງ​ໃຫຍ່​ກວ່າ​ອີກ ໃນ​ພາ​ລະ​ກິດ​ປົກ​ປັກ​ຮັກ​ສາ ແລະ ສ້າງ​ສາ​ປະ​ເທດ​ລາວ ແຫ່ງ​ສັນ​ຕິ​ພາບ, ເອ​ກະ​ລາດ, ປະ​ຊາ​ທິ​ປະ​ໄຕ, ເອ​ກະ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ໃຫ້​ປະ​ສົບ​ຜົນ​ສຳ​ເລັດ.”

      ພາຍ​ຫຼັງ​ພິ​ທີ, ບັນ​ດາ​ຜູ້​ແທນ​ໄດ້​ຮັບ​ຊົ​ມ​​ບັນ​ດາວາດ​ຟ້ອນ​ທີ່​ເປັນ​ສັນ​ຍາ​ລັກ​ຂອງ​​ລາວ ນັກ​ສຶກ​ສາ​​ລາ​ວ ພວມ​ຮ່ຳ​ຮຽນ ຢູ່​ຫວຽດ​ນາມ ແລະ ພ້ອມ​ກັນ​ຮັບ​​ປະ​ທານ​​ອາ​ຫານ​​ທີ່​ເປັນ​ມູນ​ເຊື້ອຂອງລາວ.

ຂ່າວ/ບົດ​ອື່ນ