ສະຖານທູດລາວປະຈຳຫວຽດນາມກະກຽມຈັດຕັ້ງພິທີສະເຫຼີມສະຫຼອງປີໃໝ່ພສ2557


ສະຖານທູດລາວປະຈຳຫວຽດນາມກະກຽມຈັດຕັ້ງພິທີສະເຫຼີມສະຫຼອງປີໃໝ່ພສ2557 - ảnh 1
ທ່ານ ພົມມາ ສິດ​ເສ​ນາ, ອັກ​ຄະ​ລັດຖະທູດ ສປປ ລາວ ປະຈຳ​ ຫວຽດນາມ

(vovworld) – ​ໃນ​ຊຸມ​ວັນ​ນີ້, ປະຊາຊົນ​ປະ​ເທດ​ລ້ານ​ຊ້າງ​ທີ່​ສວຍ​ງາມ​ພວມ​ກະກຽມຈັດ​ຕັ້ງ​ບຸນ​ຫົດ​ນ້ຳ - ​ບຸນ​ປີ​ໃໝ່ ພສ 2557, ​ເຊິ່ງຈະ​ຈັດ​ຕັ້ງ​ໃນ​ລະຫວ່າງ​ວັນ​ທີ 14 – 16/4. ປະຊາຊົນ​ລາວ ທັງ​ຢູ່​ພາຍ​ໃນ ​ແລະ ​ຕ່າງປະ​ເທດພວມ​ຫ້າງ​ຫາ​ກະກຽມ​ວຽກ​ງານ​ຫຼາຍ​ຢ່າງເພື່ອ​ຕ້ອນຮັບ​ປີ​ໃໝ່​ດ້ວຍ​ຄວາມ​ມ່ວນ​ຊື່ນ, ປອດ​ໄພ ​ແລະ ມີ​ຄວາມ​ໝາຍ. ຢູ່ ຫວຽດນາມ, ສະຖານ​ທູດ ສປປ ລາວ ປະຈຳ ຫວຽດນາມ ກໍ່​ຈະ​ຈັດ​ຕັ້ງ​ກາ​ນ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ເພື່ອ​ຕ້ອນຮັບ​ງານ​ບຸ​ນ​ປະ​ເພນີນີ້. ທ່ານ ພົມມາ ສິດ​ເສ​ນາ, ອັກ​ຄະ​ລັດຖະທູດ ສປປ ລາວ ປະຈຳ​ ຫວຽດນາມ , ​ໃຫ້​ຮູ້​ວ່າ:

​​ເທບ​ສຽງ​ທ່ານ ພົມມາ ສິດ​ເສນາ


    ​ແລະກໍ​ຕາມ​ທ່ານ ​​​ອັກຄະ​ລັດຖະທູດ ພົມມາ ສິດ​ເສ​ນາ ​ແລ້ວ, ປີ 2014 ນີ້ ລາວ ກໍ່ພ້ອມ​ກັບ ຫວຽດນາມ ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ເພື່ອ​ສະ​ເຫຼີ​ມສະຫຼອງ​ເຫດການ​ໃຫຍ່ຕ່າງໆ​ຄື: ສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ ລາວ, 60 ປີ​ແຫ່ງ​ວັນ​ໄຊຊະນະ ດ້ຽນບຽນ​ຝູ, 65 ປີ​ແຫ່ງ​ວັນນັກຮົບ, ຊ່ຽວຊານ​ອາສາ​ສະໝັກ​ ຫວຽດນາມ ຊ່ວ​ຍ​ເຫຼືອ​ການ​ປະຕິວັດ ລາວ ອີກ​ດ້ວຍ.​.​​.

 



ຂ່າວ/ບົດ​ອື່ນ