ສະຖານທູດລາວປະຈຳຫວຽດນາມຈັດພິທີຕ້ອນຮັບບຸນປີໃໝ່ລາວພ.ສ 2561

(VOVWORLD) -ຕອນຄ່ຳວັນທີ 12 ເມສາ, ຢູ່ຮ່າໂນ້ຍ, ສະຖານທູດແຫ່ງສປປ.ລາວ ປະຈຳຫວຽດນາມ ໄດ້ຈັດພິທີຕ້ອນຮັບບຸນປີໃໝ່ລາວ 2018 (ປີຈໍ ພ.ສ 2561).
ສະຖານທູດລາວປະຈຳຫວຽດນາມຈັດພິທີຕ້ອນຮັບບຸນປີໃໝ່ລາວພ.ສ 2561 - ảnh 1 (ພິທີຕ້ອນຮັບບຸນປີໃໝ່ລາວພ.ສ 2561)

 ເຂົ້າຮ່ວມພິທີຕ້ອນຮັບບຸນປີໃໝ່ລາວ ມີທ່ານນາງ ດັ້ງທິຫງອັກທິ້ງ, ຮອງປະທານປະເທດຫວຽດນາມ; ທ່ານນາງ ຕ່ອງທິຟ໋ອງ, ຮອງປະທານສະພາແຫ່ງຊາດ; ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ,  ທ່ານ ເຈີ່ນກ໋ວກເວື້ອງ, ຜູ້ປະຈຳການຄະນະເລຂາສູນກາງພັກ, ຫົວໜ້າຄະນະກວດກາສູນກາງ, ພ້ອມກັບບັນດາການນຳກະຊວງ, ຂະແໜງການ ແລະ ບັນດາແຂກຜູ້ມີກຽດຂອງຫວຽດນາມ ແລະ ລາວ…

ສະຖານທູດລາວປະຈຳຫວຽດນາມຈັດພິທີຕ້ອນຮັບບຸນປີໃໝ່ລາວພ.ສ 2561 - ảnh 2 (ທ່ານ ທອງສະຫວັນ ພົມວິຫານ, ເອກອັກຄະລັດຖະທູດວິສາມັນ

ຜູ້ມີອຳນາດເຕັມແຫ່ງສປປ.ລາວ ປະຈຳຫວຽດນາມ)

ທ່າມກາງບັນຍາກາດທີ່ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນໃນພິທີຕ້ອນຮັບບຸນປີໃໝ່, ທ່ານ ທອງສະຫວັນ ພົມວິຫານ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສປປ.ລາວ ປະຈຳຫວຽດນາມ ໄດ້ຕີລາຄາສູງການຊ່ວຍເຫຼືອຂອງຫວຽດນາມ ໃຫ້ແກ່ລາວ ໃນຕະຫຼອດໄລຍະຜ່ານມາ.

(ທ່ານທອງສະຫວັນ ພົມວິຫານ, ເອກອັກຄະລັດ ລາວ ປະຈຳຫວຽດນາມ)

ສະຖານທູດລາວປະຈຳຫວຽດນາມຈັດພິທີຕ້ອນຮັບບຸນປີໃໝ່ລາວພ.ສ 2561 - ảnh 3 (ທ່ານນາງ ດັ້ງທິຫງອັກທິ້ງ, ຮອງປະທານປະເທດຫວຽດນາມ)

ເຂົ້າຮ່ວມ ແລະ ກ່າວຄຳເຫັນຢູ່ທີ່ນີ້, ໂດຍຕາງໜ້າໃຫ້ພັກ, ລັດ, ລັດຖະບານ ແລະ ປະຊາຊົນຫວຽດນາມ, ທ່ານນາງ ດັ້ງທິຫງອັກທິ້ງ, ຮອງປະທານປະເທດ ໄດ້ສົ່ງຄຳອວຍພອນປີໃໝ່ອັນດີງາມທີ່ສຸດເຖິງພັກ, ລັດ, ລັດຖະບານ ແລະ ປະຊາຊົນລາວ ບັນດາເຜົ່າ ອ້າຍນ້ອງ, ພ້ອມທັງຢືນຢັນວ່າ.

      “ພວກຂ້າພະເຈົ້າເຊື່ອໝັ້ນວ່າ, ເພື່ອເສີມຂະຫຍາຍບັນດາຜົນງານອັນດີງາມຂອງປີສາມັກຄີມິດຕະພາບຫວຽດນາມ - ລາວ 2017, ປີ 2018 ຈະແມ່ນປີມີຄວາມສະດວກເພື່ອໃຫ້ 2 ປະເທດພວກເຮົາຮັດແໜ້ນ ແລະ ເພີ່ມທະວີສາຍພົວພັນທີ່ເປັນມູນເຊື້ອ, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ - ລາວ ດ້ວຍບັນດາບາດກ້າວພັດທະນາໃໝ່, ຕັ້ງໜ້າປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງແຕ່ລະປະເທດ, ປະກອບສ່ວນສ້າງປະຊາຄົມອາຊຽນ ເພື່ອສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາຢ່າງວັດທະນາຖາວອນຢູ່ພາກພື້ນ ແລະ ໃນໂລກ”.

ສະຖານທູດລາວປະຈຳຫວຽດນາມຈັດພິທີຕ້ອນຮັບບຸນປີໃໝ່ລາວພ.ສ 2561 - ảnh 4 (ແຂກຜູ້ທີ່ມີກຽດໄດ້ພ້ອມກັນຟ້ອນລຳວົງ)

ພາຍຫຼັງຄຳກ່າວປາໄສ, ບັນດາເຈົ້າໜ້າທີ່, ແຂກຜູ້ທີ່ມີກຽດໄດ້ພ້ອມກັນເຂົ້າຮ່ວມພິທີບາສີສູ່ຂວັນ, ຟ້ອນລຳວົງ ແລະ ຮັບປະທານບັນດາເຍື່ອງອາຫານທີ່ເປັນມູນເຊື້ອຂອງລາວ.

ຕອບກັບ

ຂ່າວ/ບົດ​ອື່ນ