ສະຖານທູດຫວຽດນາມ ປະຈຳ ການາດາ ຈັດພິທີບູຊາເຈົ້າຊີວິດຮຸ່ງ ທາງອອນລາຍ

(VOVWORLD) -ສະຖານທູດຫວຽດນາມ ປະຈຳ ການາດາ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ ທາງອອນລາຍ ໃນທົ່ວປະເທດ ການາດາ ຍ້ອນຜົນກະທົບຂອງໂລກລະບາດໂຄວິດ-19.
ສະຖານທູດຫວຽດນາມ ປະຈຳ ການາດາ ຈັດພິທີບູຊາເຈົ້າຊີວິດຮຸ່ງ ທາງອອນລາຍ - ảnh 1ພິທີບູຊາເຈົ້າຊີວິດຮຸ່ງ ທາງອອນລາຍ
(ພາບ: TTXVN)

 ວັນທີ 17 ເມສາ, ສະຖານທູດຫວຽດນາມ ປະຈຳ ການາດາ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ ທາງອອນລາຍ ໃນທົ່ວປະເທດ ການາດາ ຍ້ອນຜົນກະທົບຂອງໂລກລະບາດໂຄວິດ-19. ທີ່ພິທີບູຊາ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ການາດາ ຫງວຽນກາວຟອງ ໄດ້ປະຕິບັດພິທີຖະຫວາຍທູບ ແລະ ອ່ານຄຳສູດອາໄລຫາບັນດາເຈົ້າຊີວິດຮຸ່ງ, ຕອບບຸນແທນຄຸນບັນພະບຸລຸດທີ່ມີຜົນງານສ້າງສາປະເທດຊາດ, ຕີພວກສັດຕູຜູ້ຮຸກຮ້ານໃຫ້ຖອຍໄປ, ປົກປັກຮັກສາປະເທດຊາດ. ຢູ່ບັນດາສະຖານທີ່ຖ່າຍຖອດ, ພໍ່ແມ່ປະຊາຊົນໃນປະຊາຄົມຊາວຫວຽດນາມ ປະຈຳການາດາ ສະແດງຄວາມປາດຖະໜາວ່າ, ວັດທະນະທຳຫວຽດນາມ ຈະແຜ່ຂະຫຍາຍຢ່າງແຮງກວ່າ, ເພື່ອໃຫ້ໂລກຮູ້ຈັກເຖິງປະເທດຫວຽດນາມ ແມ່ນຊາດໜຶ່ງອົງອາກກ້າຫານໃນບັນດາບັ້ນຕໍ່ສູ້ຕ້ານຈັດກະພັດເທົ່ານັ້ນ, ຫາກຍັງແມ່ນຊາດໜຶ່ວທີ່ສະຫຼາດສະຫຼຽວ, ມີຈິດໃຈເມດຕາປານີ ແລະ ມີຄວາມສາມັກຄີກັນອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ