ສະຖານທູດຫວຽດນາມ ປະຈຳ ອາຟະລິກາໃຕ້ ຈັດຕັ້ງພິທີສະເຫຼີມ ສະຫຼອງເຫດການ 30/4 ແລະ 1/5

ສະຖານທູດຫວຽດນາມ ປະຈຳ ອາຟະລິກາໃຕ້ ຈັດຕັ້ງພິທີສະເຫຼີມ ສະຫຼອງເຫດການ 30/4 ແລະ 1/5 - ảnh 1
( ພາບປະກອບ )

( vovworld ) –   ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 37 ປີ​ແຫ່ງ​ວັນທ້ອນໂຮມ​ປະ​ເທດ​ຊາ​ດ​ເປັນ​​ເອກະພາບ ( 30/4/1975 – 30/4/2012 ) ​ແລະ ວັນ​ກຳມະກອນ​ສາກົນ 1/5, ສະຖານທູດ​ຫວຽດນາມ​ປະຈຳອາ​ຟະ​ລິ​ກາ​ໃຕ້ ຈັດ​ຕັ້ງການ​ພົບ​ປະກັບ​ພະນັກງານ, ພາລະກອນ​ສະຖານທູດ ​ແລ​ະ ບັນ​ກາ​ອົງການ​ຕາງໜ້າ​ວຽດນາມ ພ້ອມ​ກັບ​ພໍ່​ແມ່​ປະຊາຊົນ​, ນັກຮຽນ, ນັກ​ສຶກສາ ທີ່​ພວມ​ດຳລົງ​ຊີວິດ, ຮໍ່າຮຽນ​ ​ແລະ ​ເຮັດ​ວຽກຢູ່​ອາ​ຟະລິ​ກາ​ໃຕ້. ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະ​ຈຳອາຟະ​ລິ​ກາ​ໃຕ້ Nguyen Manh Hung ​ໄດ້​ຢືນຢັນ​​ເຫດການ​ປະຫວັດ​ສາດ​ທີ່ສຳຄັນ​ຍິ່ງ​ຄື​ວັນ​ທີ 30/4/1975 ​​ໄດ້​ເປີດໜ້າ​ປະຫວັດສາດ​ໃໝ່ທີ່​ສະຫງ່າ​ລາສີ​ - ຊຶ່ງ​ແມ່ນ​ໄລຍະທີ່​ທົ່ວ​ປະ​ເທດ​ກໍ່ສ້າງ​ລັດ​ສັງຄົມ​ນິຍົມ ​ແລະ ພັດທະນາ​ປະ​ເທດ​ຊາດ “ ​ໃຫ້​ນັບ​ມື້​ນັບ​ໃຫຍ່​ຫຼວງ ​ແລະ ສວຍ​ງາມ​ກວ່າ ” ຄືດັ່ງ​ຄວາມ​ຫວັງ​ອັນ​ສູງ​ສົ່ງຂອງປະທານ ​ໂຮ​ຈິ​ມິນ ກໍ​ຄື​ຍົກ​ສູງ​ທີ່​ຕັ້ງ​ບົດບາດ​ຂອງ​ຫວຽດນາມ​ ໃນ​ວົງ​ຄະນະ​ຍາດ​ສາກົນ. ທ່ານ​ເອກ​ອັກຄະ​ລັດຖະທູດ Nguyen Manh Hung ອວຍພອນ​ໃຫ້​ປະຊາ​ຄົມ​ຊາວ​ຫວຽ​ດນາມ ປະຈຳອາ​ຟະ​ລິ​ກາ​ໃຕ້ ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ ​ແລະ ມີ​ຄວາມ​ເຄົາລົບ, ປະຕິບັດ​​ຕາມ​ກົດໝາຍ​ປະ​ເທດອາ​ຟະ​ລິ​ກາ​ໃຕ້ ​ເພື່ອ​ປະກອບສ່ວນ​ເພີ່ມ​ທະວີ​ສາຍ​ພົວພັນມິດຕະພາບ, ການ​ຮ່ວມ​ມືລະຫວ່າງ​ຫວຽດ​ນາມ ​ແລະ ອາ​ຟະ​ລິ​ກາ​ໃຕ້ ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ​ໃຫ້​ກວ່າ​ອີກ.

ຂ່າວ/ບົດ​ອື່ນ