ສະຖານທູດຫວຽດນາມ ປະຈຳລັດເຊຍ ເປີດງານລ້ຽງເນື່ອງໃນໂອກາດວັນຊາດທີ 2/9

ສະຖານທູດຫວຽດນາມ ປະຈຳລັດເຊຍ ເປີດງານລ້ຽງເນື່ອງໃນໂອກາດວັນຊາດທີ 2/9 - ảnh 1

( ​ເປີດ​ງານ​ລ້ຽງ​ເນື່ອ​ງ​ໃນ​ໂອກາດ​ວັນ​ຊາດ​ທີ 2/9 )

(vovworld) -     ​ ຕອນ​ຄໍ່າ​ວັນ​ທີ 22/8, ສະຖານທູດ​ຫວຽດນາມ ປະຈ​ຳສະຫະພັນ​ລັດ​ເຊຍ ​ໄດ້​ຈັດ​ງານ​ລ້ຽງ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 67 ປີ​ແຫ່ງ​ວັນ​ສະຖາປະນາປະ​ເທດ​ຄື 2/9 ຢູ່​ສຳນັກງານ​ສະຖານທູດ​ປະຈຳ​ນະຄອນຫຼວງ​ມົດ​ສະ​ກູ. ກ່າວ​ຄຳ​ເຫັນ​ທີ່​ງານ​ລ້ຽງ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ສສ.ຫວຽດນາມ ປະຈຳ​ສະຫະພັນ​ລັດ​ເຊຍ Pham Xuan Son ​ໄດ້​ຊີ້​ແຈ້ງ​ຄວາມ​ໝາຍປະຫວັດສາດຂອງ​ການ​ປະຕິວັດ​ເດືອນ​ສິງຫາ ​ແລະ ວັນ​ສະຖາປະນາປະ​ເທດ​ທີ 2/9, ກໍ​ຄື​ບັນດາ​ຄຸນ​ຄ່າ​ອັນໃຫຍ່​ຫຼວງ​ຂອງ​ກອງທັບປະຊາຊົນ​​ໂຊ​ວຽດ ​ໃນ​ການ​ຕໍ່ສູ້ປົກ​ປັກ​ຮັກສາ​ປະ​ເທດ​ຊາດທີ່​ຍິ່ງ​ໃຫຍ່. ທ່ານ​ເອກ​ອັກຄະ​ລັດຖະທູດ Pham Xuan Son ​ໄດ້​ເນັ້ນ​ໜັກ​ວ່າ, ການ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ລັດ​ເຊຍ ພວມ​ມີ​ເງື່ອນ​ໄຂ​ສະດວກ​ຫຼາຍ​ຢ່າງເພື່ອ​ສືບ​ຕໍ່​ພັດ​ທະນາ, ບົນ​ຈິດ​ໃຈ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງຮອບດ້ານ.

ສ່ວນ​ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ລັດ​ເຊຍ Igor Morgulov ​ໄດ້​ຍ້ອງຍໍ​ບັນດາ​ຜົນງານ​​ເຊິ່ງ​ຫວຽດນາມ ບັນລຸ​ໄດ້, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ໄລຍະ​ມໍ່ໆ​ມາ​ນີ້; ​ເຊື້ອ​ໝັ້ນ​ວ່າການ​ພົວພັນ​ລະຫວ່າງສອງ​ປະ​ເທດ​ຈະ​ມີ​ບາດກ້າວ​ກະ​ໂດດ​ຂັ້ນ ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ. ທ່ານ Igor Morgulov ກໍ​​ເນັ້ນ​ໜັກ​ວ່າ ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ບຸລິມະສິດ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ລັດ​ເຊຍ ຢູ່​ພາກ​ພື້ນ​ອາຊີ - ປາຊີ​ຟິກ; ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຢ່າງຮອບດ້ານ​ກັບ​ຫວຽດນາມ ຕອບສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ ​ແລະ ຜົນ​ປະ​ໂຫຍດຂອງ​ສອງ​ປະ​ເທດ, ພ້​ອມກັນ​ນັ້ນ ຫວຽດນາມ ກໍ່​ແມ່ນ​ຂົວ​ເຊື່ອມ​ຕໍ່​ທີ່​ສຳຄັນ​ເພື່ອ​ໃຫ້​ລັດ​ເຊຍ ພັດ​ທະ​ນາ​ການ​ພົວພັນກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​​​ໃຕ້.

ຂ່າວ/ບົດ​ອື່ນ