ສະຖານທູດຫວຽດນາມ ປະຈຳອີຢີບ ພົບປະ ສ້າງສັນປະຊາຄົມ ຊາວຫວຽດນາມ ໃນໂອກາດບຸນເຕັດ

ສະຖານທູດຫວຽດນາມ ປະຈຳອີຢີບ ພົບປະ ສ້າງສັນປະຊາຄົມ ຊາວຫວຽດນາມ ໃນໂອກາດບຸນເຕັດ - ảnh 1
ສະຖານ​ທູດ​ຫວຽດນາມ ປະຈຳ​ອີ​ຢີບ ພົບ​ປະ​ສ້າງສັນ​
ປະຊາ​ຄົມ​ຊາວ​ຫວຽດນາມ ​ໃນ​ໂອກາດ​ບຸນ​ເຕັດ
(ພາບ: vietnamplus.vn)

(vovworld) - ທີ່​ງານ​ ພົບ​ປະ​ສ້າງສັນກັບ​ປະຊາ​ຄົມ​ຊາວ​ຫວຽດນາມ ​ອາ​ໄສ​ຢູ່​ນະຄອນຫຼວງ​ຄາຍ​ໂຣ, ນະຄອນ ຮູ​ກາ​ດາ ​ແລະ ຊາ​ດາດ, ພ້ອມ​ກັບ​ນັກ​ສຶກສາ​ຫວຽດນາມ ພວມ​ຮຳ່ຮຽນ​ຢູ່​ອີ​ຢີບ, ເຊິ່ງດຳ​ເນີນ​ໃນ​ຕອນ​ຄຳ່​ວັນ​ທີ 18/1. ທ່ານ ດ່າວ​ແທ່ງ​ຈູງ​ ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ​ປະຈຳ​ອີ​ຢີບ ​ໄດ້​ຍ້ອງຍໍ​ສັນລະ​ເສີນ​ການ​ປະກອບສ່ວນ​ຂອງ​ຊາວ​ຫວຽດນາມ​ ອາ​ໄສ​ຢູ່​ອີ​ຢີບ ກໍ່​ຄື​ຢູ່​ໃນ​ໂລກ ​ເຂົ້າ​ໃນ​ພາລະກິດ​ພັດທະນາ​ປະ​ເທດ​ຊາດ. ​ໃນ​ໂອກາດ​ນີ້, ທ່ານເອກ​ອັກຄະ​ລັດຖະທູດ ດ່າວ​ແທ່ງ​ຈູງ ​ໄດ້​ຢືນຢັນ​ຄືນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ ​ແລະ ລັດ, ຍາມ​ໃດ​ກໍ່​ຖື​ຊາວ​ຫວຽດນາມ ​ອາ​ໄສ​ຢູ່​ຕ່າງປະ​ເທດ​ເປັນ​ພາກສ່ວນ​ໜຶ່ງ​ທີ່​ບໍ່​ອາດ​ຕັດ​ແຍກ​ອອກຈາກ​ປະຊາ​ຄົມ​ບັນດາ​ເຜົ່າ​ຫວຽດນາມ ​ໄດ້ ​ແລະ​ ຍາມ​ໃດ​ກໍ່​ຕີ​ລາຄາ​ສູງ​ອາລົມ​ຈິດ, ຄວາມ​ມານະ​ພະຍາຍາມ​ຂອງ​ຊາວ​ຫວຽດນາມ​ ອາ​ໄສ​ຢູ່​ຕ່າງປະ​ເທດ​ທີ່​​ໄດ້ອ່ວາຍ​ເມືອ​ຫາ​ປະ​ເທດຊາດ, ສະ​ແດງ​ໃຫ້​ເຫັນ​ມູນ​ເຊື້ອ​ອັນ​ດີງາມ​ຂອງ​ຊາດ​ຫວຽດນາມ, ພ້ອມ​ກັນ​ສ້າງສາ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ຈະ​ເລີ​ນຮຸ່ມ​ເຮືອງ. ທ່ານເອກ​ອັກຄະ​ລັດຖະທູດ ດ່າວ​ແທ່ງ​ຈູງ ສະ​ແດງ​ຄວາມ​ຫວັງ​ວ່າ, ປີ 2014, ດ້ວຍ​ຄວາມ​ຕັດສິນ​ໃຈ​ຂອງ​ແຕ່ລະຄົນ, ບັນດາພະນັກງານ, ພາລະ​ກອນ​ຫວຽດນາມ ຈະ​ພ້ອມ​ກັນ​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ຕ່າງໆ​ຢ່າງ​ແທດ​ຈິງ, ປະກອບສ່ວນ​ປັບປຸງ ​ແລະ ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ, ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ