ສະຖານທູດຫວຽດນາມ ຢູ່ຫຼາຍປະເທດຈັດພິທີ ໄຫວ້ອາໄລ ພົນເອກ ຫວໍງວຽນຢາບ

ສະຖານທູດຫວຽດນາມ ຢູ່ຫຼາຍປະເທດຈັດພິທີ ໄຫວ້ອາໄລ ພົນເອກ ຫວໍງວຽນຢາບ - ảnh 1
(ສະຖານທູ​ດຫວຽດນາມ ປະຈຳລາວ
ຈັດ​ພິທີ​ໄຫວ້​ອາ​ໄລ ພົນ​ເອກ​ຫວໍ​ງວຽນ​ຢາ​ບ)


(vovworld) - ວັນ​ທີ 13 ຕຸລາ, ພິທີ​ໄຫວ້​ອາ​ໄລ ​ແລະ ເຊັນປື້​ມ​ໄວ້​ອາ​ໄລ ພົນ​ເອກ​ຫວໍ​ງວຽນ​ຢາ​ບ ​ຖືກ​ຈັດ​ຂຶ້ນ​ຢູ່​ສຳນັກງານ​ຄະນະຜູ້ແທນ​ຫວຽດນາມ ຢູ່​ຄຽງ​ຂ້າງ​ສະຫະ​ປະຊາ​ຊາດ, ອົງການ​ຄ້າ​ສາກົນ (WTO) ​ແລະ ບັນດາ​ອົງການ​ສາກົນ​ອື່ນ​ຢູ່ ​ເຊີ​ແນວ, ປະ​ເທດ​ສະວິດ. ​ໃນ​ບັນຍາກາດ​ທີ່​ເຄັ່ງຂຶມ, ​ເຄົາລົບ, ພະນັກງານ​ບັນດາ​ອົງການຕາງໜ້າ​ຫວຽດນາມ ​ແລະ ບຸກຄົນ​ໄດ້​ຖະຫວາຍ​ທູບ​ທຽນ​ຕໍ່ໜ້າຮູບ​ພາບ​ພົນ​ເອກ​ຫວໍ​ງວຽນ​ຢາ​ບ ​ແລະ ​ໄດ້​​ເຊັນປື້ມໄວ້​ອາ​ໄລ ດ້ວຍ​ຄວາມ​ໂສກ​ເສົ້າ​ເສຍດາຍ. ​ເນື້ອ​ໃນ​ທີ່​ຂຽນ​ລົງ​ປື້​ມ​ໄວ້ອາ​ໄລ, ທ່ານອັກຄະ​ລັດຖະທູດ ຝ້າມກວກ​​ຈຸ, ຮອງ​ຫົວໜ້າ​ຄະນະ​ທູຕານຸທູດ​ຫວຽດນາມ ປະຈຳ ​ເຊີ​ແນວ​, ​ໄດ້​ສະ​ແດງ​ຄວາມ​ທີ່​ເຄົາລົບນັບຖື​ສັ່ງລາ​ພົນ​ເອກ ​ແລະ ຂໍ​ໃຫ້​ວິນ​ຍານ​ຂອງ​ເພີ່ນ​ໄປ​ສູ່​ສຸ​ຄະຕິ ​ແລະ ຈະ​ສືບ​ຕໍ່​ດົນ​ບັນດານ​ໃຫ້​ຊາດ​ຫວຽດນາມ ​ໃນ​ສັນຕິພາບ, ວັດທະນາ​ຖາວອນ, ປະຊາຊົນ​ມີ​ຄວາມຜາ​ສຸກຕະຫຼອດ​ໄປ. ທ່ານ​ອະດີດ​ປະທານາທິບໍດີ ສະ​ວິດ Pascal Couchepin ​ໄດ້​ເຂົ້າ​ຮ່ວມ​ພິທີ​ໄຫ​ວ້ອາ​ໄລ ​​ແລະ ໃຫ້​ຂໍ້​ສັງ​ເກດ​ວ່າ ​ພົນ​ເອກ​ຫວໍ​ງວຽນ​ຢາ​ບ ​ແມ່ນ​ນັກ​ຍຸດ​ທະ​ສາດການ​ທະ​ຫານ​ທີ່​ດີ​ເດັ່ນ, ​ແມ່ນ​ນັກ​ປະຕິ​ວັດ​ຂອງ​ຫວຽດນາມ ​ແລະ ​ໂລກ​ໃນ​ສະຕະວັດ​ທີ 20 ​ແລະ ກໍ່​ແມ່ນ​ຜູ້​ທີ່​ລຽບ​ງ່າຍ, ສະຫຼາດ​ສະ​ຫຼຽວ ​ແລະ ​ໃກ້ຊິດ.

        ທີ່​ພາກ​ພື້ນ​ອາ​ເມລິ​ກາ​ລາຕີ​ນ, ບັນດາ​ໂທລະ​ເລກ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກກອມ​ມູນິດ ຈີ​​ເລ, ພັກ​ສັງຄົມ ຈີ​ເລ, ສະ​ຖາ​ບັນ​ວັດທະນະທຳ ຈີ​​ເລ - ຫວຽດນາມ, ຄະນະ​ກຳມະການ​ສາມັກຄີ​ຈີ​ເລ - ປາ​ແລດ​ສຕິນ ​ແລະ ​ເພື່ອນ​ມິດ​​ຈີ​ເລ ບາງ​ຄົນທີ່​ຝາກ​ມາ​ສະຖານທູດ​ຫວຽດນາມ ປະຈຳ​ຈີ​ເລ ​ໄດ້​ແບ່ງ​ເບົາ​ຄວາມ​​ເສົ້າ​ສະຫຼົດ​ໃຈຢ່າງ​ເລິກ​ເຊິ່ງ​ເຖິງ​ຄອບຄົວ​ພົນ​ເອກ​ຫວໍ​ງວຽນ​ຢາ​ບ ​ແລະ ​​ພັກ​ກອມ​ມູນິດ, ລັດ ​ແລະ ປະຊາຊົນ​ຫວຽດນາມ. ບັນດາ​ໂທລະ​ເລກ ລ້ວນ​ແຕ່​ຮັບ​ຮູ້​ຜົນງານ​ອັນ​ໃຫຍ່​ຫຼວງ​ຂອງ​ພົນ​ເອກ​ຫວໍ​ງວຽນ​ຢາ​ບ ທີ່​ມີ​ຕໍ່​ພາລະກິດ​ຕໍ່ສູ້ຍາດ​ເອົາ​ເອກະລາດ, ​ເສລີພາບ, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ​ໃນ​ເມື່ອ​ກ່ອນ ​ແລະ ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ໃນ​ປະຈຸ​ບັນ. ກົງສູນ​ໃຫຍ່​ສະຖານທູດ​ຫວຽດນາມ ປະຈຳ San Francisco, ລັດ California, ອາ​ເມ​ລິ​ກາ ​ໄດ້​ຕັ້ງ​ແທ່ນ​ບຸ​ຊາ ​ແລະ ຈັດ​ຕັ້ງ​ພິທີ​ໄຫວ້​ອາ​ໄລ ​ແລະ ​​ເຊັນ​ປື້​ມ​ໄວ້​ອາ​ໄລ ພົນ​ເອກ​ຫວໍ​ງວຽນ​ຢາ​ບ ຢ່າງ​ສົມ​ກຽດ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ສະຖານທູ​ດຫວຽດນາມ ປະຈຳ​ອາ​ເມ​ລິກາ, ລາວ, ສ.​ເກ​ົາຫຼີ, ອານ​​ເຢຣີ, ​​ໄທ​, ອິດສຣາ​ແອນ, ອີ​ຍີບ, ອິນ​ໂດ​ເນ​ເຊຍ... ກໍ່​ຈັດ​ພິທີ​ໄຫວ້​ອາ​ໄລ ​ແລະ ​ເຊັນ​ປື້ມ​ໄຫວ້​ອາ​ໄລ ພົນ​ເອກ​ຫວໍ​ງວຽນ​ຢາ​ບ ຢ່າງ​ສົມ​ກຽດ.

ຂ່າວ/ບົດ​ອື່ນ