ສະຖານທູດຫວຽດນາມປະຈຳ ມາເລເຊຍຈັດງານຕະຫຼາດນັດ ລະດູບານໃໝ່

ສະຖານທູດຫວຽດນາມປະຈຳ ມາເລເຊຍຈັດງານຕະຫຼາດນັດ ລະດູບານໃໝ່ - ảnh 1

ຊາວ​ມາ​ເລ​ເຊຍ​ທີ່​ງານ​ຕະຫຼາດນັດ

(ພາບ: thethao.tuoitre.vn)

(vovworld): ​ວັນ​ທີ​ 18/1, ຢູ່​ຮ້ານ​ສັບພະ​ສິນຄ້າ Hock Choon ນະຄອນຫຼວງ​ກົວ​ລາ​ລຳ​ເປີ, ສະຖານທູດ​ຫວຽດນາມ ປະຈຳ​ມາ​ເລ​ເຊຍ ​​ໄດ້ “ຈັດ​ງານ​ຕະຫຼາດນັດ​ລະດູບານ​ໃໝ່ປີ 2013“ ​ເພື່ອ​ແນ​ໃສ່​ໂຄສະນາ​ພາບ​ພົດ​ປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ. ​ເຂົ້າຮ່ວມ​ງານ​ຕະຫຼາດນັດ​ມີ​ບັນດາ​ວິ​ສາ​ຫະກິດ, ອົງການ​ຜູ້ຕາງໜ້າ​ຫວຽດນາມ ປະຈຳ​ມາ​ເລ​ເຊຍ ຊື່​ງ​ໄດ້​ແນະນຳ​ບັນດາ​ຜະລິດ​ຕະພັນ​ຄື: ​ເຄື່ອງ​ສີ​ຄັດ​ມັນ, ​ແພ​ໄໝ, ປື້​ມ, ໜັງສືພິມ, ວາລະ​ສານກ່ຽວ​ກັບ​ການທ່ອງທ່ຽວ, ວັດທະນະທຳ​ຫວຽດນາມ, ບັນດາ​ເຍື່ອງ​ອາຫານ​ພື້ນ​ເມືອງ​ຫວຽດນາມ…. ທ່ານ​ຫງວຽນ​ຮົງ​ທາວ ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ມາ​ເລ​ເຊຍ ​ໃຫ້​ຮູ້​ວ່າ: ງານ​ຕະຫຼາດນັດ​ໄດ້​ຮັບ​ການຈັດຕັ້ງຂຶ້ນ ​ເພື່ອ​ແນ​ໃສ່​ສ້າງ​ເງື່ອ​ນໄຂ​ໃຫ້​ບັນດາ​ວິ​ສາ​ຫະກິດຫວຽດນາມ, ບັນດາ​ອົງການ​ຂອງ​ຫວຽດນາມ ມີ​ຫ້ອ​ງການ​ຜູ້ຕາງໜ້າ​ຢູ່​ມາ​ເລ​ເຊຍ ​ແນະນຳກ່ຽວ​ກັບປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ ກັບ​ເພື່ອນ​ມິດ​ມາ​ເລ​​ເຊຍ ​ແລະ ສາກົນ. ນີ້​ແມ່ນ​ການ​ເຄື່​ອນ​ໄຫວ​ໃນ​ປີສະ​ເຫຼີ​ມສະຫຼອງ​ 40 ປີ​ແຫ່ງ​ວັນ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດຫວຽດນາມ-​ມາ​ເລ​​ເຊຍ ​ແລະ ​ແມ່ນ​ໂອກາ​ດ​ເພື່ອ​ໃຫ້​ຊາວ​ຫວຽດນາມ ອາ​ໄສ​ຢູ່​ມາ​ເລ​ຊຍ ພົບ​ປະກັນ.

ຂ່າວ/ບົດ​ອື່ນ