ສະຖານທູດຫວຽດນາມປະຈຳAlgeriaເພີ່ມທະວີວຽກງານປະຊາຄົມ
![ສະຖານທູດຫວຽດນາມປະຈຳAlgeriaເພີ່ມທະວີວຽກງານປະຊາຄົມ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2014_01_17/flag-pins-vietnam-algeria.jpg)
ພາບປະກອບ
(vovworld) - ວັນທີ 16/1, ທີ່ສະຖານທູດ ຫວຽດນາມ ປະຈຳນະຄອນຫຼວງ Angiers, Algeria, ໄດ້ດຳເນີນງານພົບປະກັບຊາວ ຫວຽດນາມ ທີ່ພວມອາໄສ ແລະ ເຮັດວຽກຢູ່ Algeria. ທ່ານເອກອັກຄະລັດຖະທູດ ຫວູ້ເທ໋ຮຽບ ນັ້ນໜັກເຖີງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມລະຫວ່າງ ຫວຽດນາມ ແລະ Algeria. ທ່ານເອກອັກຄະລັດຖະທູດຕີລາຄາວ່າ : ເຖີງວ່າຈຳນວນຊາວ ຫວຽດນາມ ອາໄສຢູ່ Algeria ບໍ່ຫຼາຍ, ແຕ່ວ່າແຕ່ລະຄົນຈະເປັນຂົວຕໍ່ມິດຕະພາບປະກອບສ່ວນໂຄສະນາກ່ຽວກັບປະເທດຊາດ, ວັດທະນະທຳ ແລະ ປະຊາຊົນ ຫວຽດນາມ ທີ່ Algeria. ທ່ານເອກອັກຄະລັດຖະທູດ ຫວູ້ເທ໋ຮຽບ ປາດຖະໜາວ່າປະຊາຄົມຊາວ ຫວຽດນາມຍາມໃດກໍ່ເສີມຂະຫຍາຍມູນເຊຶ້ອ, ຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ປົກປັກຮັກສາສີສັນຊາດ ແລະ ພາສາ ຫວຽດ, ເອົາໃຈໃສ່ເຖິງການສຶກສາໃຫ້ຊາວ ຫວຽດນາມ ຮຸ່ນຫຼັງອວ່າຍເມືອຫາບ້ານເກີດເມືອງນອນ. ທ່ານເອກອັກຄະລັດຖະທູດສະເໜີຊາວ ຫວຽດນາມ ອາໄສຢູ່ Algeria ຊ່ວຍເຫຼືອບັນດາວິສາຫະກິດ ຫວຽດນາມ ທີ່ພວມດຳເນີນທຸລະກິດຢູ່ Algeria ເພື່ອປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບລະຫວ່າງສອງປະເທດ ຫວຽດນາມ - Algeria.