ສະຖານທູດຫວຽດນາມປະຈຳອິນເດຍມານະພະຍາຍາມໜູນຊ່ວຍແຂກທ່ອງທ່ຽວຫວຽດນາມຍັງຄ້າງໄວ້ຢູ່ເນປານ

ສະຖານທູດຫວຽດນາມປະຈຳອິນເດຍມານະພະຍາຍາມໜູນຊ່ວຍແຂກທ່ອງທ່ຽວຫວຽດນາມຍັງຄ້າງໄວ້ຢູ່ເນປານ - ảnh 1
ປະ​ຊ​າ​ຊົນ​ເນ​ປານ ໄປຫຼົບ​ໄພ​ພາຍຫຼັງ​ເຫດ​ແຜ່ນ​ດິນ​ໄຫວ
(ພາບ: TTXVN)

(vovworld) – ​ທ່ານ ເຈີ່ນກວາງ​ຕ໋​ວຽນ, ອັກ​ຄະ​ລັດ​ຖະ​ທູດ ສະ​ຖານ​ທູດ ຫວຽດ​ນາມ​ ປະ​ຈຳ ອິນ​ເດຍ ໃຫ້​ຮູ້​ວ່າ: ມີ​ຊາວ ຫວຽດ​ນາມ ປະ​ມານ 20 ຄົນ​ພວມ​ໄປ​ທ່ອງ​ທ່ຽວ​ ເນ​ປານ. ວັນ​ທີ 26/4, ສະ​ຖານ​ທູດ ໄດ້​ຕິດ​ຕໍ່​ພົວ​ພັນ​ກັບ​ກຸ່ມ​ໜຶ່ງ​ລວ​ມ​ມີ 6 ຄົນ​ປະ​ຈຸ​ບັນພວມ​ຢູ່​ຊົ່ວ​ຄາວ​ໃນ​ຄ້າຍຫຼົບ​ໄພ​ທີ່ ​ເນ​ປານ ພາຍຫຼັງ​ເຫດ​ແຜ່ນ​ດິນ​ໄຫວເກີດ​ຂຶ້ນ​ເມື່ອ​ວັນ​ທີ 25/4. ສະ​ຖານ​ທູດ ໄດ້​ສະ​ໜອງ​ບັນ​ດາ​ເບີ​ໂທ​ລະ​ສັບ​ທີ່​ຈຳ​ເປັນ​ເພື່ອ​ໃຫ້​ເຂົາ​ເຈົ້າ​ຕິດ​ຕໍ່​ພົວ​ພັນ ແລະ ຈະ​ຊອກ​ຫາ​ວິ​ທີ​ໜູນ​ຊ່ວຍ​ເພື່ອ​​ສາ​ມາດ​​ອອ​ກ​ຈາກ ເນ​ປານ ໃນ​ໄລ​ຍະ​​ໄວ​ທີ່​ສຸດ. ສະ​ຖານ​ທູດ ຫວຽດ​ນາມ ໄດ້​ຝາກ​ຈົດ​ໝາຍ​ທາງ​ການ​ເຖິງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເນ​ປານ, ພ້ອມ​ທັງ​ເຮັດ​ວຽກ​ກັບ​ກົມພາກ​ໃຕ້, ກະ​ຊວງ​ການ​ຕ່າງ​ປະ​ເທດ ອິນ​ເດຍ ເພື່​ອ​ສະ​ເໜີ​ຊ່ວ​ຍ​ນຳ​ແຂກ​ທ່ອງ​ທ່ຽວ ຫວຽດ​ນາມ ​ທີ່ພວມ​​ຄ້າງ​ໄວ້​ຢູ່ ເນ​ປານ ໄປ ນິວ​ເ​ດ​ລີ ເພື່ອ​ສືບ​ຕໍ່​ໜູນ​ຊ່ວຍ​ເຂົາ​ເຈົ້າ​ກັບ​ເມືອ​ປະ​ເທດ​ຢ່າງ​ປອດ​ໄພ. ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ຂອງ ເນ​ປານ ແລະ ອິນ​ເດຍ ໄດ້​ຮັບ​ຮູ້​ຈະ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ເພື່ອ​ໜູນ​ຊ່ວຍ​ພົນ​ລ​ະ​ເມືອງ ຫວຽດ​ນາມ.

ບັນ​ດາ​ປະ​ເທດ​ພວມ​ເພີ່ມ​ທະ​ວີ​ບັນ​ດາ​ຄວາມ​ມານ​ະ​ພະ​ຍາ​ຍາມ​ໜູນ​ຊ່ວຍ ເນ​ປານ ແກ້​ໄຂ​ຜົນ​ຮ້າຍ​ຢ້​ອນຫຼັງ​ຈາກ​ເຫດ​ແຜ່ນ​ດິນ​ໄຫວ​ທີ່​ຮ້າ​ຍ​ແຮງ​ດັ່ງ​ກ່າວ. ວັນ​ທີ 26/4, ອາ​ເມ​ລິ​ກາ ໄດ້​​ແຈ້ງ​ໃຫ້​ຮູ້​ວ່າ ​ພາ​ລະ​ກອນ​ກູ້​ໄພ​ກູ້​ຊີບ 70 ຄົນ ທີ່​ນຳ​ເອົາສິນ​ຄ້າ​ 45 ໂຕນ, ເປັນ​ຕົ້ນ​ແມ່ນ​ອຸ​ປະ​ກອນ​ໜູນ​ຊ່ວຍ​​ກູ້​ໄພ​ກູ້​ຊີບ​ພວມ​ໄປ​ຍັງ​ ເນ​ປານ​ ດ້ວຍ​ເຮືອ​ບິນ​ຂົນ​ສົ່ງ​ການ​ທະ​ຫານ. ກໍ່​ໃນ​ວັນ​ດຽວ​ກັນ, ກະ​ຊວງ​ສະ​ພາ​ວະ​ສ​ຸກ​ເສີນ ລັດ​ເຊຍ ກໍ່​ໃຫ້​ຮູ້​ວ່າ: ເຮືອ​ບິນ 2 ລຳຂອງ​ປະ​ເທດນີ້​ໄດ້​ຂົນ​ສົ່ງ​ກຸ່ມ​ກູ້​ໄພ​ກູ້​ຊີບ​ເຊິ່​ງ​ແມ່ນ​ນັກ​ຊ່ຽວ​ຊານ​ລວມ​ມີ 90 ​ກ່​ວາຄົນ, ພ້ອມ​ກັບ​ອຸ​ປະ​ກອນ ແລະ ສິນ​ຄ້າ​ກູ້​ໄພ​ກູ້​ຊີບ​ໄດ້​ໄປ​ຮອດ ເນ​ປານ​ແລ້ວ. ບັນ​ດາ​ປະ​ເທດ​ຄື: ອັງ​ກິດ, ຝ​ຣັ່ງ, ເຢຍ​ລະ​ມັນ, ແຟງ​ລັງ, ແບນ​ຊິກ, ລຸກ​ຊຳ​ບວກ, ກາ​ນາ​ດາ, ຍີ່​ປຸ່ນ, ຈີນ, ອິນ​ເດຍ… ລ້ວນ​ແຕ່​ໄດ້​ສົ່ງ​ກຳ​ລັງ​ກູ​້​ໄພ​ກູ້​ຊີບ​​ໄປຊ່ວຍ​ ເນ​ປານ ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ເຫດ​ແ​ຜ່ນ​ດິນ​ໄຫວ​ປະ​ຫວັດ​ສາ​ດນີ້.

​ວັນ​ທີ 26/4, ຄະ​ນະ​ກຳ​ມະ​ການ ເອີ​ລົບ ໄດ້​ປອ​ຍ​ບ້ວງ​ເງິນ​ຊ່ວຍ​ເຫຼືອ​ຮີບ​ດ່ວນ​ທີ່ມ​ີ​ມູ​ນ​ຄ່າ 3 ລ້ານ ເອີ​ໂຣ ໃຫ້​ແກ່ ເນ​ປານ. ບັນ​ດາ​ປະ​ເທດ​ຄື: ອັງ​ກິດ, ອົດ​ສະ​ຕາ​ລີ, ນິວ​ຊີ​ແລນ, ສ. ເກົາຫຼີ, ເຢ​ຍ​ລະ​ມັນ, ປອກ​ຕູຍ​ການ, ນອກ​ແວ ກໍ່​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ອຸ​ປະ​ຖຳ​ໃຫ້​ແກ່​ເນ​ປານ.


ຂ່າວ/ບົດ​ອື່ນ