ສະ​ຖານ​ທູດຫວຽດ​ນາມປະ​ຈຳອາ​ເມ​ລິ​ກາເພີ່ມ​ທະ​ວີ​ວ​ຽກ​ງານ​ປົກ​ປ້ອງ​ພົນ​ລະ​ເມືອງ​ຕໍ່​ໜ້າ​ໂລກ​ລະ​ບາດ Covid – 19

(VOVWORLD) -ອາເມລິກາແມ່ນປະເທດທີ່ມີປະຊາຄົມຊາວຫວຽດນາມອາໄສຢູ່ຫຼາຍກວ່າໝູ່ໃນໂລກ. ໃນໄລຍະທີ່ຜ່ານມາ, ສະພາບການແຜ່ລາມອອກສູ່ວົງກ້ວາງຂອງໂລກລະບາດ Covid – 19 ໄດ້ກໍ່ຜົນສະທ້ອນເຖິງດ້ານຈິດຕະຂອງ ຊາວຫວຽດນາມແລະນັກສຶກສາຫວຽດນາມ ຈຳນວນໜຶ່ງຢູ່ອາເມລິກາ. 
ສະ​ຖານ​ທູດຫວຽດ​ນາມປະ​ຈຳອາ​ເມ​ລິ​ກາເພີ່ມ​ທະ​ວີ​ວ​ຽກ​ງານ​ປົກ​ປ້ອງ​ພົນ​ລະ​ເມືອງ​ຕໍ່​ໜ້າ​ໂລກ​ລະ​ບາດ Covid – 19 - ảnh 1ທ່ານຮ່າກິມງອັກເອກອັກຄະລັດຖະທູດຫວຽດນາມປະຈຳອາເມລິກາ 

ສະຖານທູດຫວຽດນາມແລະ ສະຖານກົງສູນຫວຽດນາມບາງແຫ່ງໄດ້ເປັນເຈົ້າການຜັນຂະຫຍາຍວຽກງານປົກປ້ອງ,ໜູນຊ່ວຍປະຊາຄົມຜ່ານຜ່າໄລຍະຫຍຸ້ງຍາກນີ້. ທ່ານຮ່າກິມງອັກເອກອັກຄະລັດຖະທູດຫວຽດນາມປະຈຳອາເມລິກາໃຫ້ຮູ້ວ່າ:

ໃນໄລຍະຈະມາເຖິງ, ມີພົນລະເມືອງຫວຽດນາມ ຫຼາຍພໍສົຄວນ, ສ່ວນຫຼາຍແມ່ນນັກສຶກສາຫວຽດນາມທີ່ຮຽນຢູ່ອາເມລິກ, ໄດ້ມີການຕິດຕໍ່ ຫາສະຖານທູດຢ່າງລຽນຕິດເພື່ອສອບຖາມຂໍ້ມູນຂ່າວສານແລະວິທີການກັບຄືນເມືອຫວຽດນາມ. ເພື່ອເຮັດໃຫ້ສະພາບການເປັນປົກກະຕິ, ສະຖານທູດໄດ້ສົມທົບກັບບັນດາສະຖານກົງສູນໃຫຍ່ຫວຽດນາມປະHouston  ແລະSan Francisco ແລະຄະນະປະຕິບັດງານຫວຽດນາມປະຈຳNew Yorkຜັນຂະຫຍາຍການລະດົມຈິດໃຈໃຫ້ນັກຮຽນ, ນັກສຶກສາຫວຽດນາມມີຄວາມທຸ່ນທ່ຽງ, ອຸ່ນອ່ຽນໃຈຢູ່ອາເມລິກາ, ເພື່ອຫຼີກລ້ຽງຄວາມສ່ຽງຕິດແປດເມື່ອເດີນທາງໄປມາແລະຫຼີກລ້ຽງກໍລະນີ ມີຜູ້ຕິດເຊື້ອພະຍາດ Covid 19ຫຼາຍເກີນໄປ.

ສະຖານທູດຫວຽດນາມກໍ່ອັບເດດບັນດາຂໍ້ກຳນົດໃໝ່,ນະໂຍບາຍໃໝ່ຂອງຫວຽດນາມແລະຂອງອາເມລິກາທີ່ກ່ຽວຂ້ອງເຖິງໂລກລະບາດ Covid – 19ເປັນປະຈຳ, ແນະນຳບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19.

ຕອບກັບ

ຂ່າວ/ບົດ​ອື່ນ