ສະຖານທູດອົດສະຕາລີມອບລະບົບປ້າຍແນະນຳປູຊະນີຍະສະຖານໃນເຂດມໍລະດົກພະລາດຊະວັງຮ່ວາງແທງທັງລອງ

ສະຖານທູດອົດສະຕາລີມອບລະບົບປ້າຍແນະນຳປູຊະນີຍະສະຖານໃນເຂດມໍລະດົກພະລາດຊະວັງຮ່ວາງແທງທັງລອງ - ảnh 1
ພິ​ທີ​ມອບ​ຮັບ​ປ້າຍ​ແນະ​ນຳ
ພາບ:hanoimoi

(vovworld)- ຕອນ​ບ່າຍ​ວັນ​ທີ 18/1 ຢູ່​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ ຮ່​ວາງ​ແທ່ງ​ ທັງ​ລອງ, ທ່ານ Hugh Borowman, ເອກ​ອັກ​ຄະ​ລັດ​ຖະ​ທູດ ອົດ​ສະ​ຕາ​ລີ ປະ​ຈຳ​ຫວຽດ​ນາມ ໄດ້​ມອບ 14 ປ້າຍ​ແນະ​ນຳ​ປູ​ຊະ​ນີ​ຍະ​ສະ​ຖານ ໃນ​ເຂດ​ມໍ​ລະ​ດົກ​ພະ​ລາ​ດ​ຊະ​ວັງ ຮ່​ວາງ​ແທງ ທັງ​ລອງ ໃຫ້​ການ​ນຳ ຄະ​ນະ​ກຳ​ມະ​ການ​ປ​ະ​ຊາ​ຊົນ ນະ​ຄອ​ນ ຮ່າ​ໂນ້ຍ. ປ້າຍ​ແນະ​ນຳ ດັ່ງ​ກ່າວ​ໄດ້​ຂຽນ​ເປັນ ພາ​ສາ​ອັງ​ກິດ ແລະ ພາ​ສາ​ຫວຽດ ໂດຍ​ແນະ​ນຳ​ບັນ​ດາ​​ພາກ​ສ່ວນສຳ​ຄັນ​ໃນ​ເຂດມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໂລກ ພະ​ລາດ​ຊະ​ວັງ ຮ່​ວາງ​ແທງ ທັງ​ລອງ ເຖິງນັກ​ທ່ອງ​ທ່ຽວ​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ກ່າວ​ຄຳ​ເຫັນ​ນະ​ພິ​ທີ​ມອບ​ຮັບ, ທ່ານ Hugh Borowman, ເອກ​ອັກ​ຄະ​ລັດ​ຖະ​ທູດ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ​ປະ​ເທດອົດ​ສະ​ຕາ​ລີ ປະ​ຈຳ​ຫວຽດ​ນາມ ​ໄດ້​ຢືນ​ຢັນ​ວ່າ: ລະ​ບົບ​ປ້າຍ​ແນະ​ນຳ​ນີ້​ແມ່ນ​ຂອງ​ຂວັນ ຊື່ງ​ອົດ​ສະ​ຕາ​ລີ ມອບ​ໃຫ້ ຮ່າ​ໂນ້ຍ ຄື​ດັ່ງ​ສັນ​ຍາ​ລັກ​ແຫ່ງນ້ຳ​ໃຈ​ມິດ​ຕະ​ພາບ​​ມີ​ມາ​ແຕ່​ດົນ​ນານ ​ລະ​ຫວ່າງ ອົດ​ສະ​ຕາ​ລີ ແລະ ຫວຽດ​ນາມ.

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ