ສະຖານທູດແດນມາກຈັດ ຕັ້ງການແລ່ນມາລາທອນ ຂ້າມພູຢູ່ຫວຽດນາມ

ສະຖານທູດແດນມາກຈັດ ຕັ້ງການແລ່ນມາລາທອນ ຂ້າມພູຢູ່ຫວຽດນາມ - ảnh 1
ການ​ປະຊຸມ​ຂ່າວ​ແນ​ະນຳ​ນການ​ແລ່ນ​ມາລາ​ທອນ
ຂ້າມພູ​ຄັ້ງທຳ​ອິດ​ຢູ່​ຫວຽດນາມ
(ພາບ: thethaovanhoa.vn)


(vovworld) - ວັນ​ທີ 31/07, ສະຖານທູດ​ແດນ​ມາດ ປະຈຳ​ຫວຽດນາມ ​ໄດ້​ຈັດການ​ປະຊຸມ​ຂ່າວ​ແນ​ະນຳ​ນການ​ແລ່ນ​ມາລາ​ທອນ ຂ້າມພູ​ຄັ້ງທຳ​ອິດ​ຢູ່​ຫວຽດນາມ. ​ເຫດການ​ນີ້ ຈະ​ດຳ​ເນີນ​ໄປ​ໃນ​ວັນ​ທີ 05/10 ຢູ່​ເມືອງ ຊາ​ປາ, ​ແຂວງ​ລາວ​ກາຍ. ການ​ແລ່ນ ມາລາ​ທອນ ຂ້າມ​ພູຄັ້ງທຳ​ອິດ​ຢູ່​ຫວຽດນາມ ​ໄດ້​ດຶງ​ດູດ​ນັກ​ສິລາ 100 ຄົນທີ່​ມາ​ຈາກ 20 ປະ​ເທດ​ຄື: ຫວຽດນາມ, ມາ​ເລ​ເຊ​ຍ, ສິງກະ​ໂປ, ອົດສຕາ​ລີ... ບັນດາ​ນັກ​ກິລາ​ເຂົ້າ​ຮ່ວມຈະ​ປະກອບ​ເງິນ​ສ່ວນ​ໜຶ່ງ​ຂອງການ​ແລ່ນ​ໃຫ້​ແກ່​ອົງການ​ສົງ​ເຄາະ Sapa O’Chau, ​ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ຮໍ່າຮຽນ​ໃຫ້​ບັນດາ​ກຸ່ມ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ບໍ່​ມີ​ເງື່ອນ​ໄຂ​ສຳ​ເລັດ​ການຮໍ່າຮຽນ. ທ່ານ​ເອກ​ອັກຄະ​ລັດຖະທູດ​ແດນ​ມາກປະຈຳ​ຫວຽດນາມ John Nielsen ​ໃຫ້​ຮູ້​ວ່າ.

        “​ເມື່ອ​ຈັດ​ຕັ້ງ​ເຫດການ​ນີ້, ພວກ​ຂ້າພະ​ເຈົ້າ​ຢາກ​ຍົກ​ສູງ​ບັນຫາ​ກິລາ, ສຸຂະພາບ ​ແລະ ພັດທະນາ​ການທ່ອງ​ທ່ຽວ, ເພາະສະ​ນັ້ນພວກ​ເຮົາ​ຈຶ່ງຈັ​ດຕັ້ງ​ເຫດການ​ນີ້. ນອກຈາກ​ນັ້ນ, ພວມ​ເຮົາຍັງ​ຢາກ​ຍົງ​ສູງ​ຄວາມ​ຮັບ​ຮູ້​ຂອງ​ຊາວ​ຫວຽດນາມ ກ່ຽວ​ກັບ​ແບບ​ແຜນ​ການ​ດຳ​ເນີນ​ຊີວິດ​ທີ່​ປອດໄສຜ່ານ​ຮູບ​ການ​ກິລາ​ໃໝ່​ເຊິ່ງບໍ່​ເຄີຍ​ມີ​ມາ​ຢູ່​ຫວຽດນາມ. ນັ້ນ​ແມ່ນ​ການ​ແລ່ນມາລາ​ທອນ ຂ້າມ​ພູ​”.

ຂ່າວ/ບົດ​ອື່ນ