ສະຖານທີ່ທ່ອງທ່ຽວຫຼາຍແຫ່ງຂອງ ຫວຽດນາມ ສືບຕໍ່ໄດ້ຮັບການເຊີດຊູຈາກສາກົນ

(VOVWORLD) - ຊ່ອງຂ່າວສານ Channel NewsAsia ໄດ້ນຳ ຊາປາ (ແຂວງ ລາວກາຍ), ບ່ານ່າ (ນະຄອນ ດ່ານັ້ງ) ແລະ ດ່າລາດ (ແຂວງ ເລິມດົ່ງ) ເຂົ້າບັນຊີລາຍຊື່ສະຖານທີ່ 10 ແຫ່ງມີອາກາດເຢັນສະບາຍເພື່ອທ່ອງທ່ຽວໃນລະດູຮ້ອນຢູ່ ອາຊີ.

        ວັນທີ 24 ກໍລະກົດ, ກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ) ໃຫ້ຮູ້ວ່າ, ໃນຊຸມມື້ມໍ່ໆມານີ້, ອົງການສື່ມວນຊົນຕ່າງປະເທດໄດ້ສືບຕໍ່ຄັດເລືອກ, ເຊີດຊູບັນດາສະຖານທີ່ທ່ອງທ່ຽວຢູ່ ຫວຽດນາມ.

        ຊ່ອງຂ່າວສານ Channel NewsAsia ມີສຳນັກງານຕັ້ງຢູ່ ສິງກະໂປ ໄດ້ນຳ ຊາປາ (ແຂວງ ລາວກາຍ), ບ່ານ່າ (ນະຄອນ ດ່ານັ້ງ) ແລະ ດ່າລາດ (ແຂວງ ເລິມດົ່ງ) ເຂົ້າບັນຊີລາຍຊື່ສະຖານທີ່ 10 ແຫ່ງມີອາກາດເຢັນສະບາຍເພື່ອທ່ອງທ່ຽວໃນລະດູຮ້ອນຢູ່ ອາຊີ. ຕາມນັ້ນແລ້ວ, ຊາປາ ມີອາກາດເຢັນສະບາຍ, ອາກາດປອດໂປງ, ທິວທັດທຳມະຊາດສວຍງາມ, ໃຫຍ່ໂຕມະໂຫຖານດ້ວຍນາຂັ້ນໄດ, ນ້ຳຕົກຕາດ… ສ່ວນດ່າລາດ ໄດ້ພັນລະນາຄືວ່າ “ນະຄອນມວນມາລາ”, “ນະຄອນເມັກ” ຫຼື “ປາຣີ ຮັດແຄບ” ຍາມໃດກໍ່ແມ່ນສະຖານທີ່ທ່ອງທ່ຽວດູດດື່ມແຂກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ, ໂດຍສະເພາະແມ່ນໃນລະດູຮ້ອນ; ໃນນັ້ນພິເສດແມ່ນຂົວ ຄຳ ທີ່ມີຊື່ສຽງໃນໂລກ.

        ໃນຂະນະນັ້ນ, “ລາງວັນດີທີ່ສຸດໃນໂລກ” (World’s Best Awards) ຂອງວາລະສານທ່ອງທ່ຽວ Travel+Leisure ໄດ້ເຊີດຊູ ໂຮ້ຍອານ ແລະ ນະຄອນ ໂຮ່ຈີມິນ ນອນໃນບັນຊີ 15 ນະຄອນໄດ້ຮັບຄວາມນິຍົມຊົມຊອບທີ່ສຸດຢູ່ ອາຊີ ປີ 2023 ຈາກຜູ້ອ່ານຄັດເລືອກ.

        ບັນດາສະຖານທີ່ທ່ອງທ່ຽວ, ຄື: ອ່າວຮ້າລອງ, ໂຮ້ຍອານ ແລະ ຟອງຍາ - ແກບາງ ແມ່ນເປັນຕົວແທນ 3 ແຫ່ງຂອງ ຫວຽດນາມ ເຊິ່ງວາລະສານທ່ອງທ່ຽວ Wanderlust (ອັງກິດ) ເລືອກເອົາໃນຈຳນວນບັນດາມໍລະດົກໂລກ ເຊິ່ງ UNESCO ຮັບຮູ້ວ່າສ້າງຄວາມປະທັບໃຈທີ່ສຸດຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.

ຕອບກັບ

ຂ່າວ/ບົດ​ອື່ນ