ສະຖານທີ່ວັດທະນະທຳຂອງຊາວນະຄອນໂຮ່ຈີມິນ

ສະຖານທີ່ວັດທະນະທຳຂອງຊາວນະຄອນໂຮ່ຈີມິນ - ảnh 1
(ພາບ: Mỹ Dung)

(vovworld) – ​ໂດຍ​ໄດ້​​ຮັບ​ການຈັດ​ຕັ້ງແຕ່​ວັນ​ທີ 25 – 31/1/2016, ຖະໜົນ​ໜັງ​ສື​ພິມ​ສະບັບ​ບຸນ​ເຕັດປີວ​ອກ 2016 ກາຍ​ເປັນ​ຈຸດ​ນັດ​ພົບ​ທີ່​ມີ​ຕໍ່​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ​ໃນ​ໂອກາດ​ບຸນ​ເຕັດ​ນີ້. ​​ໂດຍນອນ​ໃນ​​ເຂດໃຈກາງ​ຖະໜົນ​ປື້​ມນະຄອນ ​ໂຮ່ຈີ​ມິນ, ຖະໜົນ​ໜັງສືພິມ​ສະບັບ​ບຸນ​ເຕັດ​ປີ 2016 ​ໄດ້​ຮັບ​ການ​ປະດັບ​ປະດາ​ຢ່າງ​ສວຍ​ງາມ, ມີ​ວິ​ທະ​ຍາ​ສາດ​ດ້ວຍ 150 ໜັງສືພິມ, ວາລະສານ​ຂອງ​ສູນ​ກາງ ​ແລະ ນະ​ຄອນ. ທ່ານ ຫງວຽນ​ແທງ​ເຕີມ, ນິຍົມ​ອ່ານ​ປື້​ມ, ໜັງສືພິມ ​ແລະ ພິ​ເສດ​ແມ່ນ​ມັກ​ສະ​ສົມ​ໜັງສືພິມ​ສະບັບ​ບຸນ​ເຕັດແຕ່​ຫຼາຍ​ປີ​ມາ​ນີ້, ​ໃນ​ໂອກາດ​ໃກ້​ຈະ​ຮອດ​ບຸນ​ເຕັດ, ທ່ານພ້ອມ​ກັບ​ພັນລະຍາ ​ໄດ້​ສະຫງວນ​ເວລາ​ເພື່ອ​ໄປຢ້ຽມຢາມ​ຖະໜົນ​ໜັງສືພິມ​ສະບັບ​ບຸນ​ເຕັດ:

        “ປີ​ໃດ​ຂ້າພະ​ເຈົ້າ​ກໍ​ໄປຢ້ຽມຢາມ​ເຖິງ​ບັນດາ​ຖະໜົນໜັງສືພິມ​ສະບັບ​ບຸນ​ເຕັດ ​ເພື່ອ​ຊອກ​ຮູ້​ໜັງສືພິມ​ສະບັບ​ບຸນ​ເຕັດ​ປີ​ນີ້​​ແມ່ນຄື​ແນວ​ໃດ, ​ເຂົາ​ເຈົ້າ​ຂຽນ​ກ່ຽວ​ກັບ​ຫົວ​ຂໍ້​ຫຍັງ. ຂ້າພະ​ເຈົ້າ​ເຫັນ​ວ່າ, ໜັງສືພິມ​ສະບັບ​ບຸນ​ເຕັດ​ປີ​ນີ້​ຂອງ​ນະຄອນ​ອຸດົມສົມບູນ, ມີ​ສີສັນ​ຫຼາກ​ຫຼາຍ​ກ່ວາ ​ແລະ ຂ່າວ, ບົດ​ຂຽນ​ກໍ​ມ່ວນ​ກ່ວາ.”

        ສ່ວນ​ເພື່ອນ ຟານ​ງອກ​ຮື​ງ, ນັກ​ສຶກສາ​ມະຫາວິທະຍາ​ໄລ​ສາກົນ, ​ໃຫ້​ຮູ້​ວ່າ:

        “ປີ​ນີ້​ຖະໜົນ​ໜັງ​ສື​ພິມ​ສະບັບ​ບຸນ​ເຕັດ​ໄດ້​ຈັດ​ຕັ້ງ​ສະ​ເພາະ, ບໍ່​ໄດ້​ຈັດ​ຕັ້ງ​ລວມກັບ​ຖະໜົນ​ດອກ​ໄມ້ ​ແລະ ຈັດ​ຕັ້ງ​ກ່ອນບຸນ​ເຕັດ​ຫຼາຍ​ວັນ ດັ່ງ​ນັ້ນ​ຈະ​ແມ່ນ​ກາລະ​ໂອກາດ​ທີ່​ດີ​ເພື່ອ​ໃຫ້​ທຸກ​ຄົນ​ຊອກ​ຫາ​ບັນດາ​ສື່ສິ່ງ​ພິມ​ທີ່​ຕົນ​ນິຍົມ. ນ້ອງ​ເຫັນ​ວ່າ​ໜ້າປົກ​ຂອງ​ໜັງສືພິມ​ສະບັບ​ບຸນ​ເຕັດ​ໄດ​້​ຮັບ​ການ​ອອກ​ແບບ​ນັບ​ມື້​ນັບ​ສວຍ​ງາມ​ກ່ວາ ​ແລະ ​ໄດ້​ວາງສະ​ແດງ​ກັບ​ບັນດາ​ຮ້າຍ​ຂາຍ​ປື້​ມ, ສະໜອງ​ຄວາມ​ຮູ້​ທີ່​ອຸດົມ​ສົມບູນປະກອບສ່ວນ​ຊຸກຍູ້​ຄວາມ​ຕ້ອງການ​ອ່ານ​ຂອງ​ປະຊາຊົນ​ນະຄອນ.”

ຂ່າວ/ບົດ​ອື່ນ