ສະ​ຖາ​ນີ​ວິ​ທະ​ຍຸ​ກະ​ຈາຍສຽງ ຫວຽດ​ນາມ ໃສ່​ການ​ສ້າງ​ໂຄງ​ປະ​ກອບ​ຄືນ​ໃໝ່ ແລະ ຫັນ​ເປັນ​ດີ​ຈີ​ຕອນ​ໃນ​ປີ 2022

(VOVWORLD) -“ໃນປີ 2021, ເຖິງວ່າ ຖືກຜົນກະທົບບໍ່ໜ້ອຍ ຈາກໂລກລະບາດໂຄວິດ - 19ກໍ່ຕາມ, ແຕ່ວິທະຍຸກະຈາຍສຽງ ຫວຽດນາມ ຍັງຢັ້ງຢືນທີ່ຕັ້ງແມ່ນ ອົງການສື່ມວນຊົນຫຼັກແຫຼ່ງ, ປະຕິບັດສຳເລັດໜ້າທີ່ມອບໝາຍໄດ້ເປັນຢ່າງດີ, ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນພາລະກິດຖະແຫຼງຂ່າວ ແລະ ສື່ສານ.” 
ສະ​ຖາ​ນີ​ວິ​ທະ​ຍຸ​ກະ​ຈາຍສຽງ ຫວຽດ​ນາມ ໃສ່​ການ​ສ້າງ​ໂຄງ​ປະ​ກອບ​ຄືນ​ໃໝ່ ແລະ ຫັນ​ເປັນ​ດີ​ຈີ​ຕອນ​ໃນ​ປີ 2022 - ảnh 1ທ່ານຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ໂດຕຽນຊີ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ນັ້ນແມ່ນຄຳຢັ້ງຢືນຂອງ ທ່ານລັດຖະມົນຕີ ກະຊວງຖະແຫຼງຂ່າວ ແລະ ສື່ສານ, ຮອງຫົວໜ້າຄະນະໂຄສະນາສຶກສາພັກ ສູນກາງ ຫງວຽນແມ້ງຮຸ່ງ ຢູ່ໃນກອງປະຊຸມສະຫຼຸບວຽກງານປີ 2021 ແລະ ຜັນຂະຫຍາຍໜ້າທີວຽກງານ ປີ 2022 ຂອງ ວິທະຍຸກະຈາຍສຽງ ຫວຽດນາມ ທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 21 ມັງກອນ.ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນແມ້ງຮຸ່ງໃຫ້ຮູ້ວ່າ:

ໃນປີ 2022, ກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ຈະລາຍງານຕໍ່ລັດຖະບານບາງໂຄງການລົງທຶນໃຫ້ແກ່ການຫັນເປັນດີຈີຕອນ ຂອງ ວິທະຍຸກະຈາຍສຽງ ເພື່ອສຸມໃສ່ໃນໄລຍະ 2 ປີຈະມາເຖິງ. ໃນສະພາບແວດລ້ອມແຫ່ງດີຈີຕອນ, ມະຫາຊົນ ກໍ່ສາມາດຜະລິດຂໍ້ມູນຂ່າວສານ, ທ່ານຜູ້ຟັງຜູ້ອ່ານມີສິດເລືອກເຟັ້ນ. ຖ້າວ່າ ອົງການສື່ມວນຊົນທາງການ ບໍ່ມີການປ່ຽນແປງ ຈະປະສົບກັບຄວາມຫຍຸ້ງຍາກ, ເພາະສະນັ້ນຕ້ອງເປັນເຈົ້າການຈຶ່ງປະສົບຜົນສຳເລັດໄດ້.

ສ່ວນທ່ານຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ໂດຕຽນຊີເນັ້ນໜັກວ່າ:

ປີ 2022 ແມ່ນ ປີທີ່ວິທະຍຸກະຈາຍສຽງ ຫວຽດນາມ ສຸມໃສ່ການສ້າງໂຄງປະກອບຄືນໃໝ່, ກ່ອນອື່ນໝົດ ແມ່ນ VTC, ຕິດຕາມກວດກາການສ້າງໂຄງປະກອບຄືນໃໝ່ຢູ່ VOVTV, VOV3, ໜັງສືພິມ ສຽງຂອງຫວຽດນາມ, VOV2, VOV 6 ໃນ 6 ຫຼັກການ: ປ່ຽນແປງໃໝ່ທີ່ມີການສືບທອດ, ເພີ່ມກຳລັງແກ້ງແຍ່ງ ກັບບັນດາພາຫະນະສື່ມວນຊົນຫຼັກແຫຼ່ງອື່ນໆ.

ຕອບກັບ

ຂ່າວ/ບົດ​ອື່ນ