ສະ​ຖາ​ນີ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ເປີດ​ຄວາມ​ຖີ່​ອອກ​ອາ​ກາດ​ລາຍ​ການ ຢູ່​ເຂດ​ຕອນ​ເໜືອພາກ​ກາງ​​ຕື່ມ​ອີກ

(VOVWORLD) - ນັບແຕ່ວັນທີ 1 ກໍລະກົດເປັນຕົ້ນໄປ, ສະຖານີວິທະຍຸກະຈາຍສຽງ ຫວຽດນາມ ໄດ້ອອກອາກາດບັນດາລາຍການກະຈາຍສຽງ ຊ່ອງ ສະຖານະການການເມືອງ (VOV1) ແລະ ຊ່ອງວັດທະນະທຳ - ສັງຄົມ (VOV2) ຜ່ານຄຶ້ນເຄື່ອງສົ່ງ AM ຢູ່ສະຖານີກະຈາຍສຽງເຂດຕອນເໜືອພາກກາງ.

ເພື່ອແນໃສ່ເປີດກ້ວາງການປົກຄຸມຄຶ້ນກະຈາຍສຽງ ຮັບໃຊ້ທ່ານຜູ້ຟັງຢູ່ເຂດຕອນເໜືອພາກກາງ, ນັບແຕ່ວັນທີ 1 ກໍລະກົດເປັນຕົ້ນໄປ, ສະຖານີວິທະຍຸກະຈາຍສຽງ ຫວຽດນາມ ໄດ້ອອກອາກາດບັນດາລາຍການກະຈາຍສຽງ ຊ່ອງ ສະຖານະການການເມືອງ (VOV1) ແລະ ຊ່ອງວັດທະນະທຳ - ສັງຄົມ (VOV2) ຜ່ານຄຶ້ນເຄື່ອງສົ່ງ AM ຢູ່ສະຖານີກະຈາຍສຽງເຂດຕອນເໜືອພາກກາງ. ທ່ານ ຫວູຫ໋າຍກວາງ, ຮອງຜູ້ອຳນວຍການສະຖານີວິທະຍຸກະຈາຍສຽງ ຫວຽດນາມ ໃຫ້ຮູ້ວ່າ:

ເຂດຕອນເໜືອພາກກາງ ແມ່ນແຫ່ງທີ່ມີທີ່ຕັ້ງຍຸດທະສາດສຳຄັນພິເສດ ກ່ຽວກັບເສດຖະກິດ, ການເມືອງ, ວັດທະນະທຳ, ສັງຄົມ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ. ຕາມການສຳຫຼວດຂອງພວກຂ້າພະເຈົ້າແລ້ວ ຢູ່ເຂດນີ້, ບັນດາປະເພດສື່ມວນຊົນຍັງມີຂໍ້ຈຳກັດຫຼາຍຢ່າງ, ປະຊາຊົນສຳຜັດກັບຂໍ້ມູນຂ່າວສານສ່ວນຫຼາຍຜ່ານຄຶ້ນກະຈາຍສຽງ, ພິເສດແມ່ນເຂດຫ່າງໄກສອກຫຼີກ ເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ. ເພາະສະນັ້ນ, ເພື່ອເພີ່ມທະວີການໂຄສະນາແນວທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ຍົກສູງລະດັບຄວາມຮູ້ຂອງປະຊາຊົນຢູ່ເຂດນີ້. ທາງວິທະຍຸກະຈາຍສຽງ ຫວຽດນາມ ໄດ້ພ້ອມກັບຄະນະກຳມະການປະຊາຊົນແຂວງກ໋ວາງບິ່ງ ປະຕິບັດການຍົກຍ້າຍສະຖານີກະຈາຍສຽງເຂດຕອນເໜືອ ພາກກາງ ຈາກໃຈກາງນະຄອນດົ່ງເຮີຍໄປຍັງເຂດຊານເມືອງ.

ຕອບກັບ

ຂ່າວ/ບົດ​ອື່ນ