ສະຖານີວິທະຍຸກະຈາຍສຽງຫວຽດນາມພົບປະກັບບັນດາພະນັກງານສະຖານີວິທະຍຸກະຈາຍສຽງປົດປ່ອຍລຸ້ນຕ່າງໆ

ສະຖານີວິທະຍຸກະຈາຍສຽງຫວຽດນາມພົບປະກັບບັນດາພະນັກງານສະຖານີວິທະຍຸກະຈາຍສຽງປົດປ່ອຍລຸ້ນຕ່າງໆ - ảnh 1
ທ່ານ ຫງວຽນ​ເທ໋​ກີ, ຜູ້​ອຳ​ນວຍ​ການ​ໃຫຍ່​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ
(ພາບ​ປະ​ກອບ)

(vovworld) – ​ຕອນ​ເຊົ້າ​ວັນ​ທີ 28/4, ທີ່​ສູນ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ແຫ່ງ​ຊາດຫວຽດ​ນາມ ເຮືອນ​ເລກ​ທີ 58 ຖະ​ໜົນ​ກວ໋ານ​ສື໋, ການ​ນຳ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ໄດ້​ພົບ​ປະ​ກັບ​ບັນ​ດາ​ພະ​ນັກ​ງານ, ພາ​ລະ​ກອນ​ລຸ້ນ​ຕ່າງໆ ທີ່​ເຄີຍ​ປະ​ຕິ​ບັດ​ງານ​ຢູ່​ສະ​ຖາ​ນີ​ວິ​ທະ​ຍຸ​​ກະ​ຈາຍ​ສຽງປົດ​ປ່ອຍ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 42 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້ ແລະ 55 ປີ ແຫ່ງວັນ​ສ້າງ​ຕັ້ງ​ສະ​ຖາ​ນີ​ວິ​ທະ​ຍຸ​​ກະ​ຈາຍ​ສຽງປົດ​ປ່ອຍ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ ຫງວຽນ​ເທ໋​ກີ, ຜູ້​ອຳ​ນວຍ​ການ​ໃຫຍ່​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ໄດ້​ສະ​ແດງ​ຄວາມຮູ້​ບຸນ​ຄຸນ​ເຖິງ​ບັນ​ດາ​ການ​ປະ​ກອບ​ສ່ວນ​ອັນ​ໃຫຍ່​ຫຼວງ​ຂອງ​ບັນ​​ດາພະ​ນັກ​ງານ, ບັນ​ດາ​ນັກ​ສິ​ລະ​ປິນ, ນັກ​ຂ່າວ, ​ນັກບັນ​ນາ​ທິ​ການ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ປົດ​ປ່ອຍ​ລຸ້ນ​ຕ່າງໆ

ເຊິ່ງ​ແມ່ນ​ຄົນ​ລຸ້ນຫຼັງ, ບັນ​ດາ​ເລື່ອງ​ລາວ​ຂອງ​ ລຸງ​​ປ້າ​ທີ່ໄດ້​ເລົ່າ​ໃຫ້​ຟັງ​ໃນ​ມື້ນີ້ ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ຕື້ນ​ຕັນ​ໃຈ ແລະ ຮູ້​ບຸນ​ຄຸນ​ທີ່​ສຸດ ຕໍ່​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ ລຸງ​​ປ້າທີ່​ໄດ້​ສະ​ຫງວນ​​ຊີ​ວິດໄວ​ໜຸ່ມ​ຂອງ​ຕົນ​ໃຫ້​ແກ່​ພາ​ລະ​ກິດ​ກະ​ຈາຍ​​ສຽງຂອງ​ພວກ​ເຮົາ ແລະ ໃນ​ນັ້ນ​ມີ​ສ່ວນ​ໜຶ່ງ​​ດີງາມ​ທີ່​ສຸດ, ມີ​ຊື່​ສຽງ​ໂດ່ງດັງ​ທີ່​ສຸດ ນັ້ນ​ແມ່ນ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ປົດ​ປ່ອຍ. ຂ້າ​ພະ​ເຈົ້າ​ຄິດ​ວ່າ ຕົ້ນ​ກຳ​ເນີດ​ຂອງວິ​ທະ​ຍຸ​ປົດ​ປ່ອຍ​ຍັງ​ຄົງ​ມາ​ຈາກວັນ​ທີ 7/9, ມາ​ຈາກວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ. ເພາະ​ສະ​ນັ້ນ ມູນ​ເຊື້ອ​ດັ່ງ​ກ່າວນັ້ນ ພວກ​ຂ້າ​ພະ​ເຈົ້າ​ຈະ​ເຄົາ​ລົບ, ຖະ​ນຸ​ຖະ​ໜອມ, ປົກ​ປັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ ເພື່ອ​ໃຫ້​ວິ​ທະ​ຍຸ​ຂອງ​ພວກ​ເຮົາ, ໃຫ້​ພາ​ລະ​ກິດ​ກະ​ຈາຍ​ສຽງ, ໂທ​ລະ​ພາບ​ຂອງ​ພວກ​ເຮົາ​ສືບ​ຕໍ່​ພັດ​ທະ​ນາ” 


ຕອບກັບ

ຂ່າວ/ບົດ​ອື່ນ