ສະຖາບັນການເມືອງ - ການປົກຄອງແຫ່ງຊາດ ໂຮ່ຈີມິນໄຂສົກຮຽນໃໝ່

ສະຖາບັນການເມືອງ - ການປົກຄອງແຫ່ງຊາດ ໂຮ່ຈີມິນໄຂສົກຮຽນໃໝ່ - ảnh 1
​ພິທີ​ໄຂ​ສົກຮຽນ 2013 – 2014 ຂອງສະ​ຖາ​ບັນ​ການ​ເມືອງ
 ການ​ປົກຄອງ​ແຫ່ງ​ຊາດ ​ໂຮ່ຈີ​ມິນ
(ພາບ: baomoi.com)


(vovworld) – “ສືບ​ຕໍ່​ການ​ປ່ຽນ​ໃໝ່​ວຽກ​ງານ​ທຸກ​ດ້ານຢ່າງ​ແຮງ ​ແລະ  ຮອບດ້ານ; ສູ​ມ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບວຽກ​ງານ​ບຳລຸງ​ສ້າງພະນັກງານ ​ແລະ ຄົ້ນ​ຄ້ວາ​ວິທະຍາສາດ“. ກ່າວ​ຄວາມ​ເຫັນ​ທີ່​ພິທີ​ໄຂ​ສົກຮຽນ 2013 – 2014 ຂອງສະ​ຖາ​ບັນ​ການ​ເມືອງ - ການ​ປົກຄອງ​ແຫ່ງ​ຊາດ ​ໂຮ່ຈີ​ມິນ, ທ່ານ ດິງ​ເທ໋ຮີ​ງ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ປາຖະໜາ​ວ່າ, ບັນດາ​ຜູ້​ເຂົ້າ​ຮຽນ​ຈະ​ຫຼໍ່​ຫຼອມ​ຄຸນ​ນະ​ທາດ​ການ​ເມືອງ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ເດັດ​ດຽວ​ປະຕິບັດ​ອຸດົມ​ຄະຕິ, ຈຸດໝາຍ​ເອກະລາດ​ແຫ່ງ​ຊາດ ​ແລະ ລັດທິ​ສັງຄົມ, ​ເຝິກ​ຜົນ​ຫຼໍ່​ຫຼອມ​ຄູນ​ສົມບັດ​ປະຕິວັດ​ຕາມ​ແບບຢ່າງ​ປະທານ​ໂຮ່ຈີ​ມິນ​ຢ່າງ​ບໍ່​ຢຸດ​ຢັ້ງ; ຕັ້ງໜ້າ​ຄົ້ນ​ຄ້ວາ​ເພື່ອ​ກຳ​ແໜ້ນ, ​ເຂົ້າ​ໃຈ​ຢ່າ​ງ​ເລິກ​ເຊິ່ງກ່ຽວ​ກັບ​ລັດທິ​ມາດ - ​ເລ​ນິນ, ​ແນວ​ຄິດ​ປະທານ​ໂຮ່ຈີ​ມິນ, ​ແນວທາງ, ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ນະ​ໂຍບາຍ​, ກົດໝາຍ​ຂອງ​ລັດ, ​ເສີມ​ຂະຫຍາຍ​ລັກສະນະ​ເປັນ​ເຈົ້າ​ການ, ມີ​ຫົວຄິດ​ປະດິດ​ສ້າງ, ມີ​ສະຕິຕື່ນ​ຕົວ​ໃນ​ການ​ຮຳ່ຮຽນ. ຜູ້​ເຂົ້າ​ຮຽນ​ຄວນ​ກຳ​ແໜ້ນ​ແນວທາງ ​ແລະ ໜ້າ​ທີ່​ຂອງ​ພັກ, ລັດ, ກໍ່ສ້າງ​ສະ​ຖາ​ບັນ​ໃຫ້​ທັນ​ສະ​ໄໝ, ໝັ້ນຄົງ, ຕິດ​ພັນ​ກັບ​ການ​ບຳລຸງ​ສ້າງພະນັກງານ​ກັບ​ວຽກ​ງານ​ກໍ່ສ້າງ​ພັກ.
ຂ່າວ/ບົດ​ອື່ນ