ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ປາດຖະໜາຢາກຮ່ວມມືດ້ານການສຶກສາ, ບຳລຸງສ້າງກັບ ສະວິດ

(VOVWORLD) - ສະຖານບັນການເມືອງແຫ່ງຊາດ ໂຮ່ຈີມິນ ປາດຖະໜາຢາກຮ່ວມມືກັບບັນດາຮາກຖານການສຶກສາ, ໂດຍສະເພາະແມ່ນບັນດາຮາກຖານສຶກສາ, ບຳລຸງສ້າງຖັນແຖວການນຳ, ນັກຄຸ້ມຄອງ
ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ປາດຖະໜາຢາກຮ່ວມມືດ້ານການສຶກສາ, ບຳລຸງສ້າງກັບ ສະວິດ - ảnh 1ທີ່ການຕ້ອນຮັບ
(ພາບ: TTXVN)

        ຕອນບ່າຍວັນທີ 28 ພຶດສະພາ, ຢູ່ ຮ່າໂນ້ຍ, ທ່ານຜູ້ອຳນວຍການໃຫຍ່ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຫງວຽນຊວັນທັງ ໄດ້ຕ້ອນຮັບ, ເຮັດວຽກກັບທ່ານ Thomas Gass, ເອກອັກຄະລັດຖະທູດ ສະວິດ ປະຈຳ ຫວຽດນາມ. ທ່ານ ຫງວຽນຊວັນທັງ ໃຫ້ຮູ້ວ່າ, ສະຖານບັນການເມືອງແຫ່ງຊາດ ໂຮ່ຈີມິນ ປາດຖະໜາຢາກຮ່ວມມືກັບບັນດາຮາກຖານການສຶກສາ, ໂດຍສະເພາະແມ່ນບັນດາຮາກຖານສຶກສາ, ບຳລຸງສ້າງຖັນແຖວການນຳ, ນັກຄຸ້ມຄອງ; ບັນດາສະຖານບັນຄົ້ນຄວ້າ, ໃຫ້ຄຳປຶກສານະໂຍບາຍຂອງ ສະວິດ ແລະ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນກັບບັນດາຄູ່ຮ່ວມມື ສະວິດ ໃນຫຼາຍຂົງເຂດ; ພິເສດແມ່ນບັນດາບັນຫາຫັນປ່ຽນພະລັງງານຢ່າງຍຸຕິທຳ, ການຫັນເປັນດີຈີຕອນ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ຜ່ານການຮ່ວມມືຕ່າງໆ.

        ສ່ວນທ່ານເອກອັກຄະລັດຖະທູດ ສະວິດ Thomas Gass, ຢືນຢັນວ່າ, ສະວິດ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບ ແລະ ການຮ່ວມມືກັບ ຫວຽດນາມ, ເຫັນດີຕໍ່ບັນດາຂໍ້ສະເໜີການຮ່ວມມືຂອງສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ.

ຕອບກັບ

ຂ່າວ/ບົດ​ອື່ນ