ສະຖາບັນປົກຄອງແຫ່ງຊາດຫວຽດນາມຈັດຕັ້ງພິທີຕ້ອນຮັບບຸນປີໃໝ່ລາວ 2018

(VOVWORLD) -ຕອນເຊົ້າວັນທີ 10 ເມສາ, ສະຖາບັນການປົກຄອງແຫ່ງຊາດຫວຽດນາມໄດ້ຈັດຕັ້ງ ພິທີຕ້ອນຮັບບຸນປີໃໝ່ລາວ 2018 ໃຫ້ແກ່ສຳມະນາກອນ ແລະນັກສຶກສາລາວທີ່ພວມສືກສາຮ່ຳຮຽນຢູ່ສະຖາບັນຂຶ້ນ ຢ່າງສົມກຽດ ແລະ ອົບອຸ່ນ.

ສະຖາບັນປົກຄອງແຫ່ງຊາດຫວຽດນາມຈັດຕັ້ງພິທີຕ້ອນຮັບບຸນປີໃໝ່ລາວ 2018 - ảnh 1ພິທີບາສີສູ່ຂວັນ

(ພາບ: ເຈິນຕວນ/VOV5)

ເຂົ້າຮ່ວມພິທີລວມມີຜູ້ຕາງໜ້າການນຳສະຖາບັນ, ສະຖາທູດແຫ່ງ ສປປ.ລາວປະຈຳຫວຽດນາມ ພ້ອມດ້ວຍນັກສຶກສາ, ສຳມະນາກອນລາວ ແລະ ຫວຽດນາມ 100 ກວ່າຄົນ. ແຕ່ລະປີ, ສາຖະບັນລ້ວນແຕ່ສ້າງເງື່ອນໄຂເພື່ອຈັດຕັ້ງພິທີຕ້ອນຮັບບຸນປີໃໝ່ລາວໃຫ້ແກ່ນັກສຶກສາລາວຢູ່ທີ່ນີ້. ໂດຍເຈືອຈານເຂົ້າກັບບັນຍາກາດເບີກບານມ່ວນຊື່ນນັ້ນ, ທ່ານຮອງສາດສະດາຈານ, ປະລິນຍາເອກ ເລືອງແທງເກືອງ, ຮອງຜູ້ອຳນວຍການສະຖາບັນປົກຄອງແຫ່ງຊາດ ໄດ້ຝາກຄຳອວຍພອນອັນດີງາມມາຍັງນັກສຶກສາ, ສຳມະນາກອນລາວ:

        “ເນື່ອງໃນໂອກາດບຸນປີໃໝ່ລາວ 2018, ຕາງໜ້າການນຳ, ພະນັກງານ, ຄູສອນຂອງສະຖາບັນ, ຂ້າພະເຈົ້າຂໍຝາກຄຳອວຍໄຊໃຫ້ພອນມາຍັງນັກສຶກສາລາວ ຈົ່ງມີສຸຂະພາບເຂັ້ມແຂງ, ຮຽນໃຫ້ເກັ່ງເສັງໃຫ້ໄດ້ ເພື່ອນຳຄວາມຮູ້, ທັກສະຕ່າງໆທີ່ໄດ້ຮ່ຳຮຽນຢູ່ຫວຽດນາມກັບເມືອປະກອບສ່ວນເຂົ້າໃນການກໍ່ສ້າງປະເທດລາວໃຫ້ນັບມື້ນັບໝັ້ນຄົງ, ຮັ່ງມີ ແລະ ວັດທະນາຖາວອນ. ແລະອວຍພອນໃຫ້ນ້ຳໃຈມິດຕະພາບລະຫວ່າງພັກ, ລັດ ແລະ ປະຊາຊົນສອງປະເທດ ລາວ - ຫວຽດນາມ ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຕະຫຼອດໄປ”.

        ນອກຈາກບັນດາລາຍການສະແດງສິລະປະ, ພິທີບາສີສູ່ຂວັນ, ຮັບປະທານບັນດາເຍື່ອງອາຫານທີ່ເປັນຮີດຄອງປະເພນີຂອງລາວແລ້ວ, ບັນດາແຂກຖືກເຊີນຍັງໄດ້ເຊື່ອມຕົວເຂົ້າກັບວາດຟ້ອນລຳວົງ, ອັນໄດ້ເປັນເຍື່ອງອາຫານທາງດ້ານຈິດໃຈຂອງບັນດານັກສຶກສາ, ສຳມະນາກອນລາວຢູ່ຫວຽດນາມເວົ້າສະເພາະ ແລະເປັນຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງລາວເວົ້າລວມ.

ຕອບກັບ

ຂ່າວ/ບົດ​ອື່ນ