ສະຖາບັນເຕັກໂນໂລຢີໄປສະນີໂທລະຄົມ ຮັບນາມມະຍົດ ວິລະຊົນແຮງງານ

ສະຖາບັນເຕັກໂນໂລຢີໄປສະນີໂທລະຄົມ ຮັບນາມມະຍົດ ວິລະຊົນແຮງງານ - ảnh 1
ສະ​ຖາ​ບັນ​ເຕັກ​ໂນ​ໂລ​ຢີ​ໄປສະນີ​ຄົມມະນາຄົມ ຮັບ​ນາມມະຍົດ ວິລະ​ຊົນ​ແຮງ​ງານ

(vovworld) - ຕອນ​ເຊົ້າ​ວັນ​ທີ 7/3, ຢູ່ ຮ່າ​ໂນ້ຍ, ສະ​ຖາ​ບັນ​ເຕັກ​ໂນ​ໂລ​ຢີ​ໄປສະນີ​​ໂທລະຄົມ​ໄດ້ຮັບ​ນາມມະຍົດ ວິລະ​ຊົນ​ແຮງ​ງານ ​ໂດຍ​ປະທານ​ປະ​ເທດ​ມອບ​ໃຫ້. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ສະ​ເໜີ​​ໃຫ້​ສະ​ຖາ​ບັນ​ຄວນ​​ເອົາ​ໃຈ​ໃສ່​ພັດທະນາ​ຖັນ​ແຖວ​​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່ມີ​ຄຸນ​ນະພາ​ບສູງ, ​ເພີ່ມ​ທະວີ​ຈຳນວນ​ຄູອາຈານທີ່ມີ​ລະດັບ​ປະລິຍາ​ເອກ​ກ່ວາ​ອີກ, ມີ​ວິວັດ​ການ​ເພື່ອ​ໃຫ້​ນັກ​ສຶກສາ​ຮຽນ​ຈົບ​ມີ​ວຽກ​​ເຮັດ​ງານ​ທຳ​ໃນ​ທັນທີ. ສະ​ຖາ​ບັນ​ກໍ່​ຕ້ອງ​ຍົກ​ສູງ​ຄຸນ​ນະພາ​ບການບ​ຳລຸງ​ສ້າງ​ຕິດ​ພັນ​ກັບການ​ຄົ້ນ​ຄ້ວາ​ວິທະຍາສາດ ກ່ຽວ​ກັບ​ຂົງ​ເຂດ​ເຕັກ​​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ, ຮັບ​​ໃຊ້​ໃຫ້​ແກ່​ພາລະກິດ​ຫັນ​​ເປັນ​ປະ​ເທດ​ອຸດສາຫະກຳ - ທັນ​ສະ​ໄໝ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ​ເນັ້ນ​ໜັກ​ວ່າ:

“ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ພວມ​ປະຕິບັດ​ໂຄງການ​ຂອງ​ລັດຖະບານ​ຮອດ​ປີ 2020, ນັກ​ສຶກສາຮຽນ​ຈົບ​ມະຫາ​ວິ​ທາຍາ​ໄລ​ແມ່ນ​ຕ້ອງ​ເຮັດ​ວຽກ​ໄດ້​ໃນ​ສະພາບ​ການ​ທີ່​ນຳ​ໃຊ້ພາສາ​ອັງກິດ. ດັ່ງ​ນັ້ນ, ​​ໂດຍແມ່ນ​ຫົວໜ່ວຍ​ວິລະ​ຊົນ ບໍ່​ຄວນຄອຍ​ຖ້າ​​ເຖິງ​ປີ 2020. ຫາກຄວນ​ມີ​ໂຄງການ, ​ແຜນ​ຮ່າງ​ພິ​ເສດ. ກ່ອນ​ອື່ນ​ໝົດ​ແມ່ນ​ສົ່ງ​ເສີມ​ຄວາມ​ສະໝັກ​ໃຈຍົກສູງລະດັບ​​ພາສາ ອັງກິດ ຂອງ​ນັກ​ສຶກສາ​ສະ​ຖາ​ບັນ​ໄປ​ສະ​ນີ​ໂທລະຄົມ. ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ: ​ທາງໂຮງຮຽນ​ຈະມີ​ແຜນການ​ສົມທົບ​ກັບ​ບັນດາ​ອົງການ​ອື່ນໆ​ພາຍ​ໃນ​ປະ​ເທດ ​ເພື່ອ​ບຳລຸງ​ສ້າງ​ບັນດາ​ຊຸດ​ຮຽນ​ມະຫາວິທະຍາ​ໄລທຳ​ອິດທີ່​ມີ​ຄຸນ​ນະພາ​ບ, ກາຍ​ເປັນ​ສູນ​ຄົ້ນ​ຄ້ວາ​ບຳລຸ​ງສ້າງ​ຄວາມ​ໝັ້ນ​ຄົງທາງ​ເຄືອ​ຂ່າວ ອິນ​ເຕີ​ເນັດ ​ຂະໜາດໃຫຍ່​ສຸດ​ຂອງ​ປະ​ເທດ​”

 


ຂ່າວ/ບົດ​ອື່ນ