ສະ​ພາ CPTPP ພິ​ຈາ​ລະ​ນາ​ໃບ​ຄຳ​ຮ້ອງ​ເຂົ້າ​ຮ່ວມ ຂອງ ອັງ​ກິດ

(VOVWORLD) -ລັດຖະມົນຕີບັນດາປະເທດໄດ້ຮັບຮອງເອົາຂໍ້ຕົກລົງຂອງ ສະພາ CPTPP ວ່າດ້ວຍການເລີ່ມປະຕິບັດວິວັດການເຈລະຈາ ເພື່ອເຂົ້າຮ່ວມສັນຍາ CPTPP ຂອງ ອັງກິດ ກໍຄື ຖະແຫຼງການຮ່ວມຂັ້ນລັດຖະມົນຕີຂອງ 11 ປະເທດສະມາຊິກ CPTPP ກ່ຽວກັບບັນຫານີ້.
ສະ​ພາ CPTPP ພິ​ຈາ​ລະ​ນາ​ໃບ​ຄຳ​ຮ້ອງ​ເຂົ້າ​ຮ່ວມ ຂອງ ອັງ​ກິດ - ảnh 1ທ່ານ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ເຂົ້າຮ່ວມກອງປະຊຸມ (ພາບ: VOV)

ວັນທີ 2 ມິຖຸນາ, ກອງປະຊຸມ ສະພາສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ຄັ້ງທີ 4 ຖືກດຳເນີນຕາມຮູບການທາງອອນລາຍ ພາຍໃຕ້ການເປັນປະທານຂອງທ່ານລັດຖະມົນຕີກະຊວງຟື້ນຟູເສດຖະກິດ ຍີ່ປຸ່ນ Nishimura Yasutoshi ແລະ ມີການເຂົ້າຮ່ວມຂອງລັດຖະມົນຕີ ພ້ອມດ້ວຍເຈົ້າໜ້າທີ່ຂັ້ນສູງຂອງ 11 ປະເທດສະມາຊິກ ເພື່ອພິຈາລະນະໃບຄຳຮ້ອງຂໍເຂົ້າຮ່ວມ ສັນຍາ CPTPP ຂອງ ອັງກິດ. ຄະນະຜູ້ແທນ ຫວຽດນາມ ນຳໂດຍທ່ານ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຮົ່ງຢຽນ.

ໃນວາລະປະຊຸມດັ່ງກ່າວ, ລັດຖະມົນຕີບັນດາປະເທດໄດ້ຮັບຮອງເອົາຂໍ້ຕົກລົງຂອງ ສະພາ CPTPP ວ່າດ້ວຍການເລີ່ມປະຕິບັດວິວັດການເຈລະຈາ ເພື່ອເຂົ້າຮ່ວມສັນຍາ CPTPP ຂອງ ອັງກິດ ກໍຄື ຖະແຫຼງການຮ່ວມຂັ້ນລັດຖະມົນຕີຂອງ 11 ປະເທດສະມາຊິກ CPTPP ກ່ຽວກັບບັນຫານີ້.

      ໃນກອງປະຊຸມຄັ້ງນີ້, ຄະນະຜູ້ແທນ ຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມ ແລະ ປະກອບຫຼາຍຄຳຄິດຄຳເຫັນທີ່ມີປະໂຫຍດ, ໄດ້ຮັບການຮັບຮູ້ ແລະ ຕີລາຄາສູງຈາກບັນດາປະເທດ, ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງກອງປະຊຸມ.


ຕອບກັບ

ຂ່າວ/ບົດ​ອື່ນ