ສະ​ພາ​ກອງ​ເຍົາ​ວະ​ຊົນ​ສູນ​ກາງ​ຈັດ​​ລາຍ​ການ ສ້າງ​ຄວາມ​ຝັນ​ເຍົາ​ວະ​ຊົນ ຫວຽດ​ນາມ

(VOVWORLD) -ສະພາກອງເຍົາວະຊົນໄດ້ມອບໂຄງການຫ້ອງນ້ຳອັດສະລິຍະ 5 ຫຼັງ ແລະ ເຮືອນແພແດງ 1 ຫຼັງໃຫ້ບັນດານ້ອງໆເຍົາວະຊົນທີ່ປະສົບກັບຄວາມຫຍຸ້ງຍາກ ແລະ ບັນດາຫົວໜ່ວຍຂອງໂຮງຮຽນ, ມອບທຶນການສຶກສາ 120 ທຶນໃຫ້ແກ່ເຍົາວະຊົນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ 6 ແຂວງ, ນະຄອນ.
ສະ​ພາ​ກອງ​ເຍົາ​ວະ​ຊົນ​ສູນ​ກາງ​ຈັດ​​ລາຍ​ການ ສ້າງ​ຄວາມ​ຝັນ​ເຍົາ​ວະ​ຊົນ ຫວຽດ​ນາມ - ảnh 1ສ້າງຄວາມຝັນເຍົາວະຊົນ ຫວຽດນາມ

ຕອນຄ່ຳວັນທີ 17 ສິງຫາ, ຢູ່ເຂດອະນຸສາວະລີ  ຫງວຽນຊິງຊັກ, ຢູ່ຕາແສງ ໄຕຢາງ, ເມືອງ ໄຕເຊີນ, ແຂວງ ບິ່ງດິ້ງ, ສະພາກອງເຍົາວະຊົນສູນກາງ ໄດ້ຈັດລາຍການ ສ້າງຄວາມຝັນເຍົາວະຊົນ ຫວຽດນາມ. ລາຍການເພື່ອແນໃສ່ຍ້ອງຍໍສັນລະເສີນນ້ອງໆສະມາຊິກກອງເຍົາວະຊົນ, ເຍົາວະຊົນ ທີ່ມີຜົນງານດີເດັ່ນໃນບັນດາຂະບວນການ, ການເຄື່ອນໄຫວຂອງກອງເຍົາວະຊົນ ແລະ ແບ່ງປັນ, ລະດົມກຳລັງໃຈ, ໜູນຊ່ວຍນ້ອງໆເຍົາວະຊົນ ທີ່ປະສົບກັບຄວາມຫຍຸ້ງຍາກ ບືນຕົວຂຶ້ນໃນການຮ່ຳຮຽນ, ສືບຕໍ່ການເດີນທາງປະຕິບັດຄວາມຝັນຄາວຍັງນ້ອຍ. ເອື້ອຍ ຫງວຽນຟ້າມຢຸຍຈາງ, ເລຂາສູນກາງຄະນະຊາວໜຸ່ມ, ປະທານສະພາກອງເຍົາວະຊົນ ໃຫ້ຮູ້ວ່າ:

ໃນໄລຍະຈະມາເຖິງ, ຫວັງວ່າ ລາຍການຈະສືບຕໍ່ໄດ້ຮັບຄວາມເອົາໃຈໃສ່, ຮ່ວມເດີນທາງຂອງບັນດາການນຳ, ອຳນາດການປົກຄອງທ້ອງຖິ່ນ ຂອງແຂວງບິ່ງດິ່ງ ເພື່ອສ້າງເງື່ອນໄຂໃຫ້ແກ່ອົງການຈັດຕັ້ງຄະນະຊາວໜຸ່ມ, ກອງເຍົາວະຊົນໄດ້ປະຕິບັດຫຼາຍກວ່າອີກການເຄື່ອນໄຫວຮ່ວມເດີນທາງກັບນ້ອງໆເຍົາວະຊົນທີ່ປະສົບກັບຄວາມຫຍຸ້ງຍາກ. ຂໍຂອບໃຈບັນດາຫົວໜ່ວຍ, ສ່ວນບຸກຄົນ ທີ່ໄດ້ຮ່ວມເດີນທາງກັບພວກຂ້າພະເຈົ້າໃນລາຍການສ້າງຄວາມຝັນ, ພິເສດແມ່ນລາຍການໃນມື້ນີ້.

ແລະກໍ່ໃນລາຍການ, ສະພາກອງເຍົາວະຊົນໄດ້ມອບກິດຈະກຳຫ້ອງນ້ຳອັດສະລິຍະ 5 ຫຼັງ ແລະ ເຮືອນແພແດງ 1 ຫຼັງໃຫ້ບັນດານ້ອງໆເຍົາວະຊົນທີ່ປະສົບກັບຄວາມຫຍຸ້ງຍາກ ແລະ ບັນດາຫົວໜ່ວຍຂອງໂຮງຮຽນ, ມອບທຶນການສຶກສາ 120 ທຶນໃຫ້ແກ່ເຍົາວະຊົນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ 6 ແຂວງ, ນະຄອນ.

ຕອບກັບ

ຂ່າວ/ບົດ​ອື່ນ