ສະ​ພາ​ກາ​ແດງ ​ຫວຽດ​ນາມ ຮ​ຽກ​ຮ້ອງ​ການ​ສະ​ໜັບ​ສະ​ໜູນ ປ​ຊ​ຊ ຕວກ​ກີ ແລະ ຊີ​ຣີ

(VOVWORLD) - ໄລຍະເວລາຮັບບັນດາບ້ວງເງິນປະກອບໂດຍສະໝັກໃຈ ເພື່ອໜູນຊ່ວຍ ປຊຊ ຕວກກີ ແລະ ຊີຣີ ຈະແກ່ຍາວຮອດວັນທີ 30 ພຶດສະພາ.
ສະ​ພາ​ກາ​ແດງ ​ຫວຽດ​ນາມ ຮ​ຽກ​ຮ້ອງ​ການ​ສະ​ໜັບ​ສະ​ໜູນ ປ​ຊ​ຊ ຕວກ​ກີ ແລະ ຊີ​ຣີ - ảnh 1

 ຜູ້ຮັບເຄື່ອງຊ່ວຍເຫຼືອຢູ່ Hatay, ຕວກກີ (ພາບ: TTXVN )

  ວັນທີ 17 ກຸມພາ, ຄະນະບໍລິຫານງານສູນກາງສະພາກາແດງ ຫວຽດນາມ ໄດ້ອອກຄຳຮຽກຮ້ອງການສະໜັບສະໜູນ, ໜູນຊ່ວຍ ປຊຊ ຕວກກີ ແລະ ຊີຣີ ເພື່ອແກ້ໄຂຜົນຮ້າຍຈາກໄພພິບັດແຜ່ນດິນໄຫວ. ໄລຍະເວລາຮັບບັນດາບ້ວງເງິນປະກອບໂດຍສະໝັກໃຈ ເພື່ອໜູນຊ່ວຍ ປຊຊ ຕວກກີ ແລະ ຊີຣີ ຈະແກ່ຍາວຮອດວັນທີ 30 ພຶດສະພາ.

   ວັນທີ 6 ກຸມພາ, ໄດ້ເກີດເຫດແຜ່ນດິນໄຫວທີ່ມີຄວາມແຮງ 7.8 ອົງສາຣິກເຕີ ຢູ່ທິດຕາເວັນອອກສ່ຽງໃຕ້ ຕວກກີ ແລະ ທິດຕາເວັນອອກສ່ຽງເໜືອ ຊີຣີ ໄດ້ເຮັດໃຫ້ ປຊຊ ກ່ວາ 45.000 ຄົນເສຍຊີວິດ (ໄລ່ຮອດວັນທີ  17 ກຸມພາປີ 2023). ຄາດວ່າ, ຈຳນວນຜູ້ເສຍຊີວິດ ແລະ ຖືກບາດເຈັບຈະເພີ່ມຂຶ້ນເຕື່ອມອີກ ໃນໄລຍະຈະມາເຖິງ. ນີ້ແມ່ນໄພພິບັດແຜ່ນດິນໄຫວທີ່ຮ້າຍແຮງທີ່ສຸດໄດ້ເກີດຂຶ້ນຢູ່ພາກພື້ນນີ້ ໃນເກືອຍ 1 ສັດຕະວັດທີ່ຜ່ານມາ ຊື່ງໄດ້ທຳລາຍເຮືອນນັບພັນຫຼັງ ແລະ ກໍ່ຜົນເສຍຫາຍຢ່າງໜັກໜ່ວງທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ