ສະພາກາແດງ ຫວຽດນາມ ໜູນຊ່ວຍຮີບດ່ວນໃຫ້ປະຊາຊົນຜູ້ຖືກເສຍຫາຍຍ້ອນພາຍຸ Doksuri

(VOVWORLD) -  ວັນທີ 17 ກັນຍາ, ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວເຖິງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ກ່ຽວກັບຄວາມເສຍຫາຍໂດຍພາຍຸ Doksuri ກໍ່ຂຶ້ນ. 
ສະພາກາແດງ ຫວຽດນາມ ໜູນຊ່ວຍຮີບດ່ວນໃຫ້ປະຊາຊົນຜູ້ຖືກເສຍຫາຍຍ້ອນພາຍຸ Doksuri - ảnh 1ການສ້ອມແປງຕາໜ່າງ ໄຟຟ້າ ພາຍຫຼັງ ພາຍຸ 

ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ເຊື່ອໝັ້ນວ່າ ລັດຖະບານ ແລະ ປະຊາຊົນ ຫວຽດນາມ ຈະຜ່ານຜ່າທຸກຄວາມຫຍຸ້ງຍາກ ແລະ ນຳຊີວິດການເປັນຢູ່ຂອງປະຊາຊົນເຂດປະສົບໄພພິບັດທຳມະຊາດກັບຄືສູ່ສະພາບປົກກະຕິໂດຍໄວ.

ວັນທີ 17 ກັນຍາ, ສູນກາງສະພາກາແດງ ຫວຽດນາມ ໃຫ້ຮູ້ວ່າ ສະພາກາແດງໄດ້ຕັດສິນໃຈໜູນຊ່ວຍຮີບດ່ວນໃນເບື້ອງຕົ້ນດ້ວຍຈຳນວນເງິນ ແລະ ສິນຄ້າມີມູນຄ່າກ່ວາ 1,5 ຕື້ດົ່ງໃຫ້ແກ່ປະຊາຊົນຢູ່ 6 ແຂວງຄື: ແທງຮ໋ວາ, ເງະອານ, ຮ່າຕີ້ງ, ກວາງບີ່ງ, ກວາງຈີ້ ແລະ ເທື່ອທຽນເຫ້ວ, ເພື່ອແນໃສ່ຊ່ວຍເຫຼືອພໍ່ແມ່ປະຊາຊົນບັນດາທ້ອງຖິ່ນທີ່ຖືກຜົນສະທ້ອນຢ່າງໜັກໜ່ວງຈາກພາຍຸ Doksuri ຜ່ານຜ່າຄວາມຫຍຸ້ງຍາກ, ນຳຊີວິດການເປັນຢູ່ກັບຄືນສູ່ສະພາບປົກກະຕິ. ແລະ ກໍ່ໃນວັນທີ 17 ກັນຍາ, ສູນກາງສະພາກາແດງ ຫວຽດນາມ ໄດ້ຮຽກຮ້ອງສະພາກາແດງທຸກຂັ້ນໃນທົ່ວປະເທດຂົນຂວາຍພະນັກງານ, ສະມາຊິກ, ຊາວໜຸ່ມ, ເຍົາວະຊົນ, ອະນຸຊົນ, ນັກອາສາສະໝັກສະພາກາແດງ ແລະ ບັນດາອົງການຈັດຕັ້ງ, ບຸກຄົນ, ປະຊາຊົນທຸກຊັ້ນວັນນະ ສະໜັບສະໜູນພໍ່ແມ່ປະຊາຊົນພາກກາງແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Doksuri ກໍ່ຂຶ້ນ. ບັ້ນຂົນຂວາຍສະໜັບສະໜູນຈະດຳເນີນແຕ່ນີ້ຮອດເດືອນ  ຕຸລາ 2017.

ຕອບກັບ

ຂ່າວ/ບົດ​ອື່ນ