ສະພາກາແດງຫວຽດນາມ - ລາວ ເພີ່ມທະວີການຮ່ວມມື

ສະພາກາແດງຫວຽດນາມ - ລາວ ເພີ່ມທະວີການຮ່ວມມື - ảnh 1
ຄະນະຜູ້ແທນຫວຽດນາມ ໂດຍທ່ານປະທານ ເຈີນງອກຕັງ ນຳໜ້າມີການຢ້ຽມຢາມ ແລະ ເຮັດວຽກຢູູ່ ລາວ
(ພາບ: vietnamplus.vn)

(vovworld) - ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ ປະຈຳ​ລາວ​ໃຫ້​ຂ່າວ​ວ່າ: ທ່ານ​ຮອງ​ນາຍົກລັດຖະມົນຕີ ລາວ ອາຊາ​ງ ລາວ​ລີ ຫາ​ກໍ​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ສະພາກາ​ແດງ​ຫວຽດນາມ ​ໂດຍ​ທ່ານ ​ເຈີ​ນງອກ​ຕັງ, ປະທານ​ສະພາກາ​ແດງ​ຫວຽດນາມ ນຳ​ໜ້າ ​​ເຊິ່ງພວມຢ​້ຽມຢາມ ລາວ​ແຕ່​ວັນ​ທີ 27/2 ຫາ 5/3. ທ່ານ​ຮອງ​ນາ​ຍົກ​ລັດຖະມົນຕີ ລາວ​ຖື​ວ່າ: ສະພາກາ​ແດງ​ລາວ​ຄວນ​ຄົ້ນ​ຄ້ວາ, ນຳ​ໃຊ້ ​ແລະ ສົມທົບ​​ ບັນດາບົດ​ຮຽນ​ຂອງ​ສະພາ​ກາ​ແດງ​ຫວຽດນາມ​ໃຫ້​ດີ​ກ່ວາ​ອີກ, ພ້ອມ​ກັນ​ນັ້ນ​ກໍ​ຍ້ອງຍໍ​ສັນ​ລະ​ເສີນ​ສະພາກາ​ແດງ 2 ປະ​ເທດ​ໄດ້​ເປັນ​ເຈົ້າ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ທຸກ​ດ້ານ, ພິ​ເສດ​ແມ່ນ​ບັນດາ​ທ້ອງ​ຖິ່ນ​ມີ​ເສັ້ນ​ຊາຍ​ແດງ​ຮ່ວມ​ລະຫວ່າງ 2 ປະ​ເທດ. ທ່ານ ​ເຈີ​ນງອກ​ຕັງ, ປະທານ​ສະພາກາ​ແດງ​ຫວຽດນາມ ​ໃຫ້​ຮູ້​ວ່າ: ສະພາກາ​ແດງ 2 ປະ​ເທດ ຈະ​ດຳ​ເນີນ​ການ​ເຈລະຈາ​ແລກປ່ຽນ​ບົດຮຽນ​ປະຕິບັດ​ວຽກ​ງານ​ຂອງ​ສະພາກາ​ແດງ, ກ່ຽວ​ກັບ​ບົດຮຽນ​ກໍ່ສ້າງ​ຈັດ​ຕັ້ງ​ສະພາກາ​ແດງ, ບຳລຸງ​ສ້າງ ​ແລະ ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ, ຂົນຂວາຍ​ການ​ສ້າງ​ກອງ​ທຶນ​, ​ເປັນ​ເສນາ​ທິການສະ​ເໜີ​ຕໍ່​ພັກ, ລັດ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ສະພາກາ​ແດງ​ໃຫ້​ນັບ​ມື້​ນັບ​ມີ​ປະສິດທິ​ຜົນ.

​ເນື່ອງ​ໃນ​ໂອກາດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຄັ້ງ​ນີ້, ສູນ​ກາງ​ສະພາກາ​ແດງ​ຫວຽດນາມ ​ໄດ້​ມອບ​ເງິນ 100.000 USD ​ໃຫ້​ແກ່​ສະພາ​ກາ​ແດງ​ລາວ ​ເພື່ອ​ຜັນ​ຂະຫຍາຍ​​ແຜນ​ຮ່າງ “ທະນາຄານ​ງົວ” ຢູ່​ທ້ອງ​ຖິ່ນ​ຈຳນວນ​ໜຶ່ງ​ຂອງ​ລາວ ທີ່​ມີ​ຊາຍ​ແດງຮ່ວມ​ກັບ​ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ