ສະພາກາແດງຫວຽດນາມຊ່ວຍປະຊາຊົນເນປານແກ້ໄຂຜົນຮ້າຍຢ້ອນຫຼັງຈາກແຜ່ນດິນໄຫວ

ສະພາກາແດງຫວຽດນາມຊ່ວຍປະຊາຊົນເນປານແກ້ໄຂຜົນຮ້າຍຢ້ອນຫຼັງຈາກແຜ່ນດິນໄຫວ - ảnh 1
ພາບ​ປະ​ກອບ

​(vovworld) - ​ໂດຍ​ຕອບ​ສະໜອງ​ຄຳ​ຮຽກຮ້ອງ​ຂອງ​ສະພາກາ​ແດງ ​ແລະ ກາຊິກ​ວົງ​ເດືອນ​ແດງ​ສາກົນ, ສູນ​ກາງ​ສະພາກາ​ແດງ​ຫວຽດນາມ ​ໄດ້​ຕົກລົງ​ຊ່ວຍ​ເຫຼືອ​ດ່ວນ​ໃນ​ເບື້ອງ​ຕົ້ນ 30.000 USD ​ໃຫ້​ປະຊາຊົນ ​ເນ​ປານ ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ແຜ່ນດິນ​ໄຫວ. ພ້ອມ​ກັບ​ການ​ຊ່ວຍ​ເ​ຫລືອ​ດ້ານ​ວັດ​ຖຸ, ສູນ​ກາງ​ສະພາກາ​ແດງ​ຫວຽດນາມ ຍັງ​ມີ​ແຜນການ​ອອກ​ຄຳ​ຮຽກຮ້ອງ, ຂົນຂວາຍ​ປະຊາຊົນ​ໃນ​ທົ່ວ​ປ​ະ​ເທດ​ບໍລິຈາກ, ສະໜັບສະໜູນ, ​ແບ່ງປັນ​ຄວາມ​ຫຍຸ້ງຍາກ​ກັບ​ປະຊາຊົນ ​ເນ​ປານ ອີກ.


ຂ່າວ/ບົດ​ອື່ນ