ສະພາ​ຄວາມໝັ້ນຄົງ ຍັງ ​ຊອກ​​ບໍ່​ໄດ້​ສຽງ​ເວົ້າ​ລວມ​ໃນ​ບັນຫາ​ ຊີຣີ

(VOVWORLD) -ນີ້ແມ່ນຄັ້ງທີ 2 ໃນອາທິດແລ້ວ ເຊິ່ງ ສະພາຄວາມໝັ້ນຄົງ ຊອກບໍ່ໄດ້ສຽງເວົ້າລວມໃນບັນຫາຊີີຣີ.
ສະພາ​ຄວາມໝັ້ນຄົງ ຍັງ ​ຊອກ​​ບໍ່​ໄດ້​ສຽງ​ເວົ້າ​ລວມ​ໃນ​ບັນຫາ​ ຊີຣີ - ảnh 1(ພາບປະກອບ: TTXVN) 

        ວັນທີ 10 ກໍລະກົດ, ສະພາຄວາມໝັ້ນຄົງ ສປຊ ອີກຄັ້ງໜຶ່ງ ບໍ່ບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບເລື່ອງຕໍ່ກໍານົດເວລາມະຕິວ່າດ້ວຍການຜັນຂະຫຍາຍການເຄື່ອນໄຫວໜູນຊ່ວຍມະນຸດສະທໍາ ຢູ່ຊາຍແດນ ຊີີຣີ, ເຖິງວ່າ ມະຕິສະບັບດັ່ງກ່າວ ໄດ້ໝົດກໍານົດຢ່າງເປັນທາງການໃນວັນດຽວກັນແລ້ວກໍຕາມ. ນີ້ແມ່ນຄັ້ງທີ 2 ໃນອາທິດແລ້ວ ເຊິ່ງ ສະພາຄວາມໝັ້ນຄົງ ຊອກບໍ່ໄດ້ສຽງເວົ້າລວມໃນບັນຫາຊີີຣີ.

        ໃນການປ່ອນບັດທີ່ຫາກໍດໍາເນີນ, ລັດເຊຍ ແລະ ຈີນ ໄດ້ປະຕິເສດຄໍາຮຽກຮ້ອງ ແກ່ຍາວການເຄື່ອນໄຫວໜູນຊ່ວຍມະນຸດສະທໍາຢູ່ ດ່ານຊາຍແດນ 2 ແຫ່ງ ຂອງ ຊີຣີ. ເພື່ອໂຕ້ຕອບຄືນປະເທດສະມາຊິກຈໍານວນໜຶ່ງໃນ ສະພາຄວາມໝັ້ນຄົງ ໃນນັ້ນ ມີ ອາເມລິກາ, ອັງກິດ, ຝລັ່ງ, ເຢຍລະມັນ ແລະ ແບນຊິກ ທີ່ໄດ້ປະຕິເສດຂໍ້ສະເໜີຂອງລັດເຊຍ ກ່ຽວກັບເລື່ອງຫຼຸດຜ່ອນຈໍານວນສະຖານທີ່ຮັບເຄື່ອງຊ່ວຍເຫຼືອຢູ່ 2 ດ່ານຊາຍແດນຈາກ 2 ແຫ່ງ ລົງເຫຼືອ 1 ແຫ່ງ.

        ເລື່ອງບັນດາຝ່າຍບໍ່ໍຕໍ່ກໍານົດເວລາມະຕິສະບັບດັ່ງກ່າວໃນຄັ້ງນີ້ ກໍໝາຍຄວາມວ່າ ການເຄື່ອນໄຫວໜູນຊ່ວຍມະນຸດສະທໍາໃຫ້ແກ່ ຊີີຣີ ຈະຕ້ອງໄດ້ຢຸດຕິຊົ່ວຄາວ.


ຕອບກັບ

ຂ່າວ/ບົດ​ອື່ນ