ສະ​ພາຄວາມໝັ້ນ​ຄົງ ຕີ​ລາ​ຄາ​ສູງ​ຕໍ່​ການ​ປະ​ກອບ​ສ່ວນ​ຂອງ ຫວຽດ​ນາມ ໃນຖາ​ນະ​ຕຳ​ແໜ່ງ​ເປັນປະ​ທານ​ຄະ​ນະ​ກຳ​ມະ​ການກ່ຽວ​ກັບ​ບັນ​ຫາ ​ຊູ​ດັງ​ໃຕ້

(VOVWORLD) -ວັນທີ 15 ທັນວາ (ຕາມເວລາ New York)  ສະພາຄວາມໝັ້ນຄົງ ສະຫະປະຊາຊາດໄດ້ດຳເນີນກອງປະຊຸມປະຈຳໄລຍະກ່ຽວກັບສະພາບການ ຊູດັງໃຕ້ ແລະ ການເຄື່ອນໄຫວຂອງ ຄະນະປະຕິບັດງານຮັກສາສັນຕິພາບ ສະຫະປະຊາຊາດ ຢູ່ທີ່ປະເທດນີ້(UNMISS).
ສະ​ພາຄວາມໝັ້ນ​ຄົງ ຕີ​ລາ​ຄາ​ສູງ​ຕໍ່​ການ​ປະ​ກອບ​ສ່ວນ​ຂອງ ຫວຽດ​ນາມ ໃນຖາ​ນະ​ຕຳ​ແໜ່ງ​ເປັນປະ​ທານ​ຄະ​ນະ​ກຳ​ມະ​ການກ່ຽວ​ກັບ​ບັນ​ຫາ ​ຊູ​ດັງ​ໃຕ້ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ຟ້າມຫາຍແອງ ກ່າວຄຳເຫັນທີ່ກອງປະຊຸມ

ທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ຟ້າມຫາຍແອງ, ອຸປະທູດຊົ່ວຄາວ ປະຈຳສະຫະປະຊາຊາດ ໄດ້ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນ ແລະ ການເຂົ້າຮ່ວມຢ່າງຕັ້ງໜ້າ ຂອງບັນດາປະເທດສະມາຊິກຄະນະກຳມະການ ຊູດັງໃຕ້, ບັນດາປະເທດທີ່ກ່ຽວຂ້ອງ ແລະ ຄະນະເລຂາ ສະຫະປະຊາຊາດໃນອາຍຸການເປັນປະທານຂອງ ຫວຽດນາມ.

ເນື່ອງໃນໂອກາດນີ້, ບັນດາປະເທດຕີລາຄາສູງ ແລະ ສະແດງຄວາມຂອບໃຈ ຕໍ່ທ່ານເອກອັກຄະລັດຖະທູດ ຫວຽດນາມ ດັ້ງດິ່ງກຸ໌ຍ  ແລະ ຫວຽດນາມ ກ່ຽວກັບບັນດາການປະກອບທີ່ສຳຄັນໃນຖານະຕຳແໜ່ງ ເປັນປະທານຄະນະກຳມະການ 2206 ໃນ 02 ປີຜ່ານມາ.

ໂດຍຮູ້ວ່າ, ໃນຖານະຕຳແໜ່ງປະທານຄະນະກຳມະການ, ຫວຽດນາມ   ພ້ອມກັບບັນດາປະເທດໄດ້ຈັດຕັ້ງ 05 ວາລະປະຊຸມ  ແລະ  ໄປຢ້ຽມຢາມພື້ນທີ່ຕົວຈິງຢູ່ ຊູດັງໃຕ້ ເພື່ອຊອກຮູ້ກ່ຽວກັບການຜັນຂະຫຍາຍ ຂໍ້ຕົກລົງສັນຕິພາບ ແລະ ມາດຖານການສຳຫຼວດກວດຄືນກົນໄກຂວ້າບາດອາວຸດຕາມມະຕິຕົກລົງເລກທີ 2577 ຂອງສະພາຄວາມໝັ້ນຄົງ, ສ້າງພື້ນຖານໃຫ້ ສະພາສະພາຄວາມໝັ້ນຄົງ ພິຈາລະນາກົນໄກນີ້ໃນປີທີ່ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ