ສະພາຄວາມໝັ້ນຄົງ ສປຊ ກະກຽມຕໍ່ກຳນົດເວລາໃຫ້ກຳລັງສະຫະປະຊາຊາດຢູ່ເຂດພູພຽງ Golan

(VOVWORLD) -  ວັນທີ 18 ມິຖຸນາ, ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ດຳເນີນກອງປະຊຸມທາງອອນລາຍ ເພື່ອປຶກສາຫາລືກ່ຽວກັບການເຄື່ອນໄຫວຂອງກຳລັງນັກສັງເກດການຂອງສະຫະປະຊາຊາດຢູ່ເຂດພູພຽງ Golan (UNDOF) ແລະ ຈະພິຈາລະນາເລື່ອງຕໍ່ກຳນົດເວລາໃຫ້ແກ່ກຳລັງດັ່ງກ່າວ ກ່ອນທີ່ຈະໝົດກຳນົດເວລາໃນວັນທີ 30 ມິຖຸນາ 2020.
ສະພາຄວາມໝັ້ນຄົງ ສປຊ ກະກຽມຕໍ່ກຳນົດເວລາໃຫ້ກຳລັງສະຫະປະຊາຊາດຢູ່ເຂດພູພຽງ Golan - ảnh 1 ກຳລັງນັກສັງເກດການຂອງສະຫະປະຊາຊາດຢູ່ເຂດພູພຽງ Golan (ພາບ: AP)

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຟ້າມຫາຍແອງ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ຢັ້ງຢືນເຖິງທັດສະນະບໍ່ປ່ຽນແປງຂອງ ຫວຽດນາມ ກ່ຽວກັບເຂດພູພຽງ Golan, ແບ່ງປັນຄວາມວິຕົກກັງວົນກ່ຽວກັບບັນດາສິ່ງທ້າທາຍຄວາມໝັ້ນຄົງຢູ່ເຂດເຄື່ອນໄຫວຂອງກຳລັງນັກສັງເກດການຂອງສະຫະປະຊາຊາດຢູ່ເຂດພູພຽງ Golan, ໃນນັ້ນ ມີການລະເມີດຂໍ້ຕົກລົງຖອນກຳລັງ ແລະ ຄວາມສ່ຽງກ່ຽວກັບຄວາມໝັ້ນຄົງ, ຄວາມປອດໄພໃຫ້ແກ່ພາລະກອນສະຫະປະຊາຊາດ. ທ່ານເອກອັກຄະລັດຖະທູດ ຟ້າມຫາຍແອງ ໄດ້ຢັ້ງຢືນເຖິງການສະໜັບສະໜູນສຳລັບການເຄື່ອນໄຫວຂອງກຳລັງນັກສັງເກດການຂອງສະຫະປະຊາຊາດຢູ່ເຂດພູພຽງ Golan, ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງ ຈົ່ງປະຕິບັດຂໍ້ຕົກລົງທີ່ບັນລຸໄດ້, ກົດໝາຍສາກົນ, ມະຕິຕ່າງໆຂອງສະພາຄວາມໝັ້ນຄົງ ແລະ ໃຫ້ການຮ່ວມມື, ສ້າງເງື່ອນໄຂໃຫ້ແກ່ກຳລັງນັກສັງເກດການຂອງສະຫະປະຊາຊາດຢູ່ເຂດພູພຽງ Golan ປະຕິບັດໜ້າທີ່.

 

ຕອບກັບ

ຂ່າວ/ບົດ​ອື່ນ