ສະພາຄວາມໝັ້ນຄົງ ສປຊ ກ່າວປະນາມເຫດຍິງລູກສອນໄຟຂອງສປປເກົາຫລີ

ສະພາຄວາມໝັ້ນຄົງ ສປຊ ກ່າວປະນາມເຫດຍິງລູກສອນໄຟຂອງສປປເກົາຫລີ - ảnh 1
ສະ​ພາ​ຄ​ວາມ​ໝັ້ນ​ຄົງ ສ​ປ​ຊໄດ້​ອອກ​ຖະ​ແຫລງ​ການ
​ກ່າວ​ປະ​ນາມ​ເຫດ​ຍິງ​ລູກ​ສອນ​ໄຟ​ຫວ່າງ​ແລ້ວນີ້​ຂອງ ສ​ປ​ປ ເກົາ​ຫລີ

(vovworld)- ຕອນ​ເຊົ້າ​ວັນ​ທີ 8/3 ຕາມ​ເວ​ລາ​ຫວຽດ​ນາມ, ສະ​ພາ​ຄ​ວາມ​ໝັ້ນ​ຄົງ ສ​ປ​ຊ ໄດ້​ອອກ​ຖະ​ແຫລງ​ການ​ກ່າວ​ປະ​ນາມ​ເຫດ​ຍິງ​ລູກ​ສອນ​ໄຟ​ຫວ່າງ​ແລ້ວນີ້​ຂອງ ສ​ປ​ປ ເກົາ​ຫລີ. ຖະ​ແຫລງ​ການ​ດັ່ງ​ກ່າວ​ໂດຍ ອາ​ເມ​ລິ​ກາ ຮຽບ​ຮຽງ ໄດ້​ຮັບ​ກາ​ນຮັບ​ຮອງ​ເອົາ​ໃນ​ການ​ປະ​ຊຸມ​ດ່ວນ ແລະ ໄດ້​ຮັບ​ການ​ຮ​ັບ​ຮອງ​ເອົາ​ຈາກ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ສະ​ພາ​ຄ​ວາມ​ໝັ້ນ​ຄົງ ສ​ປ​ຊ, ໃນ​ນັ້ນ ມີທັງ​ຈີນ. ຖະ​ແຫລງ​ການ​ດັ່ງ​ກ່າວ​ກໍໍ່​ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ດາ​ການ​ກະ​ທຳ “ກໍ່​ ​ຄວາມ​ ຂາດສະ​ຖຽນ​ລະ​ພາບ​ນັບ​ມື້​ນັບ​ເພີ່ມ​ຂຶ້​ນ” ຂອງ ພຽງ​ຢາງ. ສະ​ພາ​ຄ​ວາມ​ໝັ້ນ​ຄົງ ສ​ປ​ຊ ກໍ​ກ່າວ​ເຕືອນ​ຈະ​ນຳ​ໃຊ້​ບັນ​ດາ​ມາດ​ຕະ​ການ​ຢ່າງ​ແຮງກວ່າ​ຕໍ່ ສ​ປ​ປ ເກົາ​ຫລີ.

ກ່ອນ​ຫນ້ານັ້ນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Antonio Guterres ໄດ້​ກ່າວ​ປະ​ນາມ​ການ​ກະ​ທຳ “ລະ​ເມ​ີດ​ບັນ​ດາ​ມະ​ຕິ​ຂອງ ສະ​ພາ​ຄ​ວາມ​ໝັ້ນ​ຄົງ ສ​ປ​ຊ, ທຳ​ລາຍ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ຢູ່​ພາກ​ພື້ນ​ຢ່າງ​ຮ້າຍ​ແຮງ” ຂອງ ສ​ປ​ປ ເກົາ​ຫລີ ພ້ອມ​ທັງ​ຮຽກ​ຮ້ອງ ພຽງ​ຢາງ ບໍ່​ໄດ້​ມີ​ການ​ກະ​ທຳ​ກໍ່​ຄວາມເຄັ່ງ​ຕຶງ​ຕື່ມອ​ີກ.”

ຕອບກັບ

ຂ່າວ/ບົດ​ອື່ນ