ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຈັດ​ກອງ​ປະ​ຊຸມ​ກ່ຽວ​ກັບ​ສະ​ພາບ​ການຢູ່ມາ​ລີ ແລະ ພູ​ພຽງ Golan

(VOVWORLD) -ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຟ້າມຫ໋າຍແອັງ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ແບ່ງປັນຄວາມວິຕົກກັງວົນກ່ຽວກັບເລື່ອງລະເມີດບັນດາຂໍ້ຕົກລົງຖອນກຳລັງຍັງສືບຕໍ່ດຳເນີນໃນໄລຍະທີ່ຜ່ານມາ.
ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຈັດ​ກອງ​ປະ​ຊຸມ​ກ່ຽວ​ກັບ​ສະ​ພາບ​ການຢູ່ມາ​ລີ ແລະ ພູ​ພຽງ Golan - ảnh 1ທ່ານເອກອັກຄະລັດຖະທູດ ຟ້າມຫ໋າຍແອັງ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ  ກ່າວຄຳເຫັນທີ່ກອງປະຊຸມ

ຕອນບ່າຍວັນທີ 14 ມິຖຸນາ (ຕາມເວລານິວຢອກ), ສະພາຄວາມໝັ້ນຄົງສປຊໄດ້ຈັດກອງປະຊຸມລັບນັດສາມັນກ່ຽວກັບສະພາບການຢູ່ເຂດພູພຽງ Golan. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຟ້າມຫ໋າຍແອັງ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ແບ່ງປັນຄວາມວິຕົກກັງວົນກ່ຽວກັບເລື່ອງລະເມີດບັນດາຂໍ້ຕົກລົງຖອນກຳລັງຍັງສືບຕໍ່ດຳເນີນໃນໄລຍະທີ່ຜ່ານມາ. ທ່ານເອກອັກຄະລັດຖະທູດ ຟ້າມຫ໋າຍແອັງ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງລະງັບໃຈ, ເຄົາລົບບັນດາຂໍ້ຕົກລົງທີ່ກ່ຽວຂ້ອງ, ກົດໝາຍສາກົນແລະບັນດາມະຕິຂອງສະພາຄວາມໝັ້ນຄົງ ສປຊ ເພື່ອແນໃສ່ເປົ້າໝາຍຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນນີ້. ທ່ານກໍ່ສະແດງການສະໜັບສະໜູນການເຄື່ອນໄຫວຂອງກຳລັງນັກສັງເກດການຂອງສປຊຢູ່ເຂດພູພຽງ Golan (UNDOF) ໃນການຫຼຸດຜ່ອນຄວາມເຄັ່ງຕຶງລະຫວ່າງບັນດາຝ່າຍລົງ, ທ່ານກໍ່ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງຄວນສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວແລະຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງໃຫ້ແກ່ກຳລັງຮັກສາສັນຕິພາບຂອງ ສປຊ ຢູ່ທີ່ນີ້.

ແລະກໍ່ໃນວັນດຽວກັນ, ກ່າວຄຳເຫັນທີ່ກອງປະຊຸມສະພາຄວາມໝັ້ນຄົງ ສປຊ ກ່ຽວກັບສະພາບການຢູ່ມາລີ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ສະແດງຄວາມວິຕົກກັງວົນຕໍ່ກັບບັນດາການຜັນແປຫວ່າງມໍ່ໆມານີ້ຢູ່ມາລີ ແລະ ຖືວ່າ ເຫດລັດຖະປະຫານໄດ້ກໍ່ໃຫ້ເກີດບັນດາຄວາມສ່ຽງຕໍ່ວິວັດການປ່ຽນຜ່ານ, ເຮັດໃຫ້ຂາດສະຖຽນລະພາບກໍ່ຄືກໍ່ຄວາມຫຍຸ້ງຍາກກ່ວາເກົ່າໃຫ້ແກ່ການປະຕິບັດສັນຍາສັນຕິພາບ 2015. ທ່ານເອກອັກຄະລັດຖະທູດ ກໍ່ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງເພີ່ມທະວີບັນດາຄວາມມານະພະຍາຍາມໄກ່ເກ່ຍປອງດອງຊາດ, ອົດກັ້ນແລະແກ້ໄຂບັນດາຄວາມແຕກຕ່າງກັນຜ່ານການໂອ້ລົມເຈລະຈາ, ປຶກສາຫາລື.

ຕອບກັບ

ຂ່າວ/ບົດ​ອື່ນ