ສະພາຄວາມໝັ້ນຄົງ ສປຊ ຈັດກອງປະຊຸມດ່ວນກ່ຽວກັບສະພາບການຢູ່ອີຣັກ

ສະພາຄວາມໝັ້ນຄົງ ສປຊ ຈັດກອງປະຊຸມດ່ວນກ່ຽວກັບສະພາບການຢູ່ອີຣັກ - ảnh 1
(ພາບປະກອບ)

(vovworld) –  ວັນ​ທີ 12/06, ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ໄດ້​ຈັດການ​ເຈລະຈາ​ຮີບ​ດ່ວນ​ທີ່​ມີ​ລັກສະນະ​ຮອບດ້ານ​ຢູ່​ອີຣັກ ​ແລະ ກ່າວ​ປະນາມບັນດາ​ການ​ເຄື່ອນ​ໄຫວ “ກໍ​່ການ​ຮ້າຍ”, ​ແຕ່​ບໍ່​ຊັ່ງຊາ​​ເຖິງການ​ກະທຳ​ຕ້ານ​ບັນດາ​ມື​ປືນທີ່ພວມ​ບຸກ​ເຂົ້າ ​ແບກ​ແດດ.

        ລັດ​ເຊຍ ​​ເປັນ​ປະ​ເທດປະທານ​ໝູນ​ວຽນ​ຂອງສະພາ​ຄວາມ​ໝັ້ນຄົງ​​ໃຫ້​ຮູ້​ວ່າ ​ໃນ​ກອງ​ປະຊຸມ​ລັບ​ທີ່​ແກ່ຍາວ​ເປັນ​ເວລາ 2 ຊົ່ວ​ໂມງ, ສະມາຊິກສະພາ​ຄວາມ​ໝັ້ນຄົງ​15 ທ່ານ ​ໄດ້​ສະ​ແດງ​ການ​ສະໜັບສະໜູນ​ທີ່​ມີ​ຕໍ່​ລັດຖະບານ ​ແລະ ປະຊາຊົນ​ອີຣັກ ​ໃນ​ການ​ຕໍ່​ສູ້​ຕ້ານ​ລັດທິ​ກໍ່​ການ​ຮ້າຍ ​ແລະ ຮຽກຮ້ອງ​ໃຫ້​ການ​​ໂອ້​ລົມ​ສົນທະນາ​ຢ່າງ​ກວ້າງຂວາງ. ທ່ານ​ເອກ​ອັກຄະ​ລັດຖະທູດ​ລັດ​ເຊຍ ປະຈຳສະຫະ​ປະຊາ​ຊາດ Vitaly Churkin ​ໃຫ້​ຮູ້​ວ່າ ບັນດາ​ສະມາຊິກ​ຂອງສະພາ​ຄວາມ​ໝັ້ນຄົງ ​ໄດ້​ກະຕຸກ​ຊຸກຍູ້​ລັດຖະບານ​ອີຣັກ ​ແລະ ປະຊາ​ຄົມ​ໂລກ​ໜູນ​ຊ່ວຍພະລະ​​ໜ້າ​ທີ່​ຂອງສະຫະ​ປະຊາ​ຊາດ​ໃນ​​ເຂດ​ດັ້ງ​ກ່າວ, ພິ​ເສດ​ແມ່ນ​ໃນ​ການ​ແກ້​ໄຂ​ວິ​ກິດ​ການ​ມະນຸດສະທຳ.

    ໃນ​ຂະນະ​ນັ້ນ ຢູ່​ອີຣັກ, ບັນດາ​ມື​ປືນ​ໄດ້​ຢືດຄອງ​ເຂດ​ຍຸດ​ທະ​ສາດ​ 2 ​ແຫ່ງຢູ່​ແຂວງ Diyala, ທີ່​ຫ່າງ​ຈາກນະຄອນຫຼວງ​ແບກ​ແດດ ​ໄປ​ທາງ​ທິດຕາ​ເວັນ​ອອກສຽງ​ເໜືອປະມານ 125 ກມ , ພາຍຫຼັງທີ່ບັນດາ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ຖອນ​ອອກ.

ຂ່າວ/ບົດ​ອື່ນ