ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ​ ຈັດ​ກອງ​ປະ​ຊຸມ​ທາງ​ອອນ​ລາຍ​ກ່ຽວ​ກັບ​ສະ​ພາບ​ການ​ຢູ່ ມຽນ​ມາ

(VOVWORLD) -ທຸກປະເທດສະມາຊິກ ສະພາຄວາມໝັ້ນຄົງ ສປຊ ລ້ວນແຕ່ຕີລາຄາສູງບົດບາດເປັນໃຈກາງ ແລະ ບັນດາຄວາມມານະພະຍາຍາມຂອງ ອາຊຽນ ໃນການຊຸກຍູ້ການຊອກຫາມາດຕະການໂດຍສັນຕິໃນບັນຫາມຽນມາ. ບັນດາປະເທດຖືວ່າ ໝາກຜົນຂອງກອງປະຊຸມບັນດາການນຳ ອາຊຽນ ທີ່ຜ່ານມາ ແມ່ນບາດກ້າວຕັ້ງໜ້າ ແລະ ເນັ້ນໜັກຕ້ອງປະຕິບັດ “ຄວາມເຫັນດີເຫັນພ້ອມ 5 ຢ່າງ” ທີ່ບັນລຸໄດ້ຢູ່ກອງປະຊຸມ.

        ວັນທີ 30 ເມສາ (ຕາມເວລາ ນິວຢອກ), ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມທາງອອນລາຍ, ຮັບຟັງທ່ານ Erywan Pehin Yusof ລັດຖະມົນຕີ ກະຊວງການຕ່າງປະເທດຜູ້ທີ 2 ຂອງ ບຣູໄນ, ໃນຖານະເປັນ ປະທານອາຊຽນ 2021 ແຈ້ງໃຫ້ຊາບກ່ຽວກັບໝາກຜົນກອງປະຊຸມບັນດາການນຳ ອາຊຽນ ໃນວັນທີ 24 ເມສາ ທີ່ກ່ຽວຂ້ອງເຖິງສະພາບການຢູ່ ມຽນມາ.

ທຸກປະເທດສະມາຊິກ ສະພາຄວາມໝັ້ນຄົງ ສປຊ ລ້ວນແຕ່ຕີລາຄາສູງບົດບາດເປັນໃຈກາງ ແລະ ບັນດາຄວາມມານະພະຍາຍາມຂອງ ອາຊຽນ ໃນການຊຸກຍູ້ການຊອກຫາມາດຕະການໂດຍສັນຕິໃນບັນຫາມຽນມາ. ບັນດາປະເທດຖືວ່າ ໝາກຜົນຂອງກອງປະຊຸມບັນດາການນຳ ອາຊຽນ ທີ່ຜ່ານມາ ແມ່ນບາດກ້າວຕັ້ງໜ້າ ແລະ ເນັ້ນໜັກຕ້ອງປະຕິບັດ “ຄວາມເຫັນດີເຫັນພ້ອມ 5 ຢ່າງ” ທີ່ບັນລຸໄດ້ຢູ່ກອງປະຊຸມ. ມີຫຼາຍປະເທດສືບຕໍ່ສະແດງຄວາມວິຕົກກັງວັນ ກ່ຽວກັບການໃຊ້ຄວາມຮຸນແຮງ ແລະ ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງອົດກັ້ນ, ເຂົ້າຮ່ວມການເຈລະຈາເພື່ອແກ້ໄຂບັນຫາ. ບັນດາປະເທດ ມີຄວາມປາດຖະໜາກຢາກໃຫ້ ອາຊຽນ ແລະ ທູດພິເສດຂອງ ທ່ານເລຂາທິການໃຫຍ່ ສປຊ ສົມທົບກັນຢ່າງແໜ້ນແຟ້ນ ໃນບັນດາຄວາມມານະພະຍາຍາມຊຸກຍູ້ການຊອກຫາມາດຕະການໂດຍສັນຕິໃຫ້ແກ່ບັນຫາມຽນມາ, ໃນສະເພາະໜ້າ ແມ່ນການເຈລະຈາກັບທຸກຝ່າຍທີ່ກ່ຽວຂ້ອງຢູ່ ມຽນມາ ໃນໄລຍະໄວທີ່ສຸດ.

ກ່ຽວກັບບັນດາມາດຕະການຕໍ່ໄປ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍ ຢູ່ ມຽນມາ ຢຸດຕິ ການໃຊ້ຄວາມຮຸນແຮງ ແລະ ດຳເນີນການເຈລະຈາ, ໄກ່ເກ່ຍ ເພື່ອຜົນປະໂຫຍດຂອງປະຊາຊົນ ມຽນມາ, ເພື່ອສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ. ທ່ານກໍ່ຮຽກຮ້ອງໃຫ້ປະຊາຄົມສາກົນ ປະກອບສ່ວນເຂົ້າຮ່ວມດ້ວຍລັກສະນະສ້າງສັນ ເພື່ອຊ່ວຍໃຫ້ມຽນມາ ສະກັດກັ້ນການໃຊ້ຄວາມຮຸນແຮງ ແລະ ສ້າງເງື່ອນໄຂໃຫ້ແກ່ການເຈລະຈາ ແລະ ໄກ່ເກ່ຍ.

ຕອບກັບ

ຂ່າວ/ບົດ​ອື່ນ