ສະພາຄວາມໝັ້ນຄົງ ສປຊ ຈັດກອງປະຊຸມລັບ ກ່ຽວກັບສະພາບການຢູ່ຕາເວັນອອກກາງ

ສະພາຄວາມໝັ້ນຄົງ ສປຊ ຈັດກອງປະຊຸມລັບ ກ່ຽວກັບສະພາບການຢູ່ຕາເວັນອອກກາງ - ảnh 1
ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ຈັດຕັ້ງກອງປະຊຸມລັບ
(ພາບປະກອບ)

(vovworld) - ​​ໂຄສົກ​ຂອງ​ສະຫະ​ປະຊາ​ຊາດ ທ່ານ Martin Nesirky ຫາ​ກໍ​ໃຫ້​ຮູ້​ວ່າ: ວັນ​ທີ 2/7, ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ​ໄດ້​ຈັດ​ກອງ​ປະຊຸ​ມລັບ ກ່ຽວ​ກັບ​ສະພາບ​ການ​ຢູ່​ຕາ​ເວັນ​ອອກ​ກາງ, ພິ​ເສດ​ແມ່ນ​ກ່ຽວ​ກັບ​ວິ​ກິດ​ການ​ທີ່​ແກ່ຍາວ​ເປັນ​ເວລາ 16 ​ເດືອນ​ຜ່ານ​ມາ​ຢູ່ ຊີຣີ. ໝາ​ກຜົນ​ຂອງ​ກອງ​ປະຊຸມ​ຄັ້ງນີ້ ​​ໂດຍ ທ່ານນາງ Navi Pillay, ຂະ​ຫຼວງ​ໃຫຍ່​ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ສິດທິ​ມະນຸດ​ ​​ປະກາດພາຍຫຼັງ​ກອງ​ປະຊຸມ, ​ໃນ​ນັ້ນ​ຮຽກຮ້ອງ​ໃຫ້​ຢຸດຕິ​ບັນດາ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍດ້ານອາວຸດ​ໃນ​ການ​ປະ​ທະ​ກັນ​ຢູ່ ຊີຣີ​ໂດຍ​ທັນທີ. ທ່ານ​ນາງ Pillay ​ໄດ້​ກ່າວ​ຜູກ​ໂທດ​ລັດຖະບານ ຊີຣີ ​ແລະ ກຳລັງ​ຝ່າຍ​ຄ້ານ ທີ່​ກ່ຽວຂ້ອງ​ເຖິງ​ບັນດາ​ການ​ເຄື່ອນ​ໄຫວ​ທີ່ສົ່ງ​ຜົນ​ສະທ້ອນ​ບໍ່​ດີ​ເຖິງ​ການ​ດຳລົງ​ຊີວິດ​ຂອງ​ປະຊາຊົນ​ປະ​ເທດ​ນີ້ ​ແລະ ຮຽກຮ້ອງ​ ນຳ​ບັນຫາ​ປະ​ທະ​ກັນ​ຢູ່ ຊີຣີ ຂຶ້ນ​ສານ​ອາຍາ​ສາກົນ.

ກອງ​ປະຊຸມ​ຂອງ​ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ ​ຖືກ​ຈັດ​ຂຶ້ນ ພາຍຫຼັງ​ກອງ​ປະຊຸມ​ຂອງ​ກຸ່ມ​ເຄື່ອນ​ໄຫວ​ກ່ຽວ​ກັບ ຊີຣີ ​ເຊິ່ງລວມມີ ບັນ​ດາ​ປະ​ເທດ​ມະຫາ​ອຳນາດ​ທີ່​ດຳ​ເນີນ​ໄປ​ຢູ່ Geneve ປະ​ເທດ ສະ​ວິດ, ​ໃນ​ຂະນະ​ນັ້ນ, ບັນດາ​ຝ່າຍ​ໄດ້​ເຫັນ​ດີ​ກ່ຽວ​ກັບ​ວິ​ວັ​ດທະ​ນາ​ການ​ເປີ​ດຊ່ອງ​ທາງ​ໃຫ້​ແກ່​​ໄລຍະ​ຂ້າມ​ຜ່ານ​ຢູ່ ຊີຣີ, ຢືນຢັນ​ຄວາມ​ຫວັງ​ຂອງ​ປະຊາ​ຄົມ​ໂລກ ຢຸດຕິ​ການ​ໃຊ້​ຄວາມ​ຮຸ້ນ​ແຮງ ຢູ່ ຊີຣີ ກໍ​ຄື​ເລື່ອງ​ປະຊາຊົນ ຊີຣີ ມີ​ສິດ​ຕັດສິນອະນາຄົດ​ຂອງ​ຕົນ ​ຢ່າງ​​ເປັນເອກະລາດ ​ແລະ ປະຊາທິປະ​ໄຕ​​.

ຂ່າວ/ບົດ​ອື່ນ