ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຈັດ​ກອງ​ປະ​ຊຸມ​ລັບ ແລະ ດ່ວນກ່ຽວ​ກັບ​ ໄຮ​ຕີ

(VOVWORLD) -ວັນທີ 8 ກໍລະກົດ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມລັບ ແລະ ດ່ວນກ່ຽວກັບສະພາບວິກິດການຢູ່ ໄຮຕີ ພາຍຫຼັງທ່ານປະທານາທິບໍດີ ໄຮຕີ Jovenel Moise ຖືກລອບສັງຫານກ່ອນໜ້ານັ້ນ 1 ວັນ.
ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຈັດ​ກອງ​ປະ​ຊຸມ​ລັບ ແລະ ດ່ວນກ່ຽວ​ກັບ​ ໄຮ​ຕີ - ảnh 1ພາບປະກອບ: CNN

ທ່ານນາງ ຜູ້ຕາງໜ້າພິເສດຂອງທ່ານເລຂາທິການໃຫຍ່ ສປຊ ກ່ຽວກັບ ໄຮຕີ Helen Meagher La Lime ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການ ໄຮຕີ ພາຍຫຼັງ 1 ວັນທີ່ເກີດເຫດທ່ານປະທານາທິບໍດີ ໄຮຕີ Jovenel Moise ຖືກລອບສັງຫານ ຢູ່ເຮືອນພັກສ່ວນຕົວໃນວັນທີ 7 ກໍລະກົດ 2021. ຕາມນັ້ນແລ້ວ, ໄຮຕີ ໄດ້ປະກາດສະພາວະສຸກເສີນໃນເວລາ 15 ວັນ ແລະ ປັດຈຸບັນ ທ່ານນາຍົກລັດຖະນົນຕີ ໄຮຕີ ເປັນຜູ້ກຳອຳນາດບໍລິຫານປະເທດຊາດຊົ່ວຄາວ ຈົນຮອດເວລາເລືອກຕັ້ງໄດ້ປະທານາທິບໍດີ ຄົນໃໝ່. ທ່ານນາງ La Lime ກໍ່ໃຫ້ຮູ້ວ່າ ບັນດາອົງການຂອງ ສປຊ ປະຈຳ ໄຮຕີ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອໜູນຊ່ວຍປະເທດຊາດ ແລະ ຊາວໄຮຕີ ກັບຄືນສູ່ສະພາບການທີ່ເປັນປົກກະຕິ, ຜ່ານຜ່າບັນດາສິ່ງທ້າທາຍໃນປັດຈຸບັນ.

ກ່າວຄຳເຫັນທີ່ການຖະແຫຼງຂ່າວຢູ່ ສປຊ ພາຍຫຼັງກອງປະຊຸມລັບ, ທ່ານນາງ La Lime ໃຫ້ຮູ້ວ່າ ໄຮຕີ ໄດ້ສະເໜີ ສປຊ ໜູນຊ່ວຍເພີ່ມທະວີການປ້ອງກັນຄວາມໝັ້ນຄົງ ພາຍຫຼັງເຫດທ່ານປະທານາທິບໍດີ ຖືກລອບສັງຫານ ແລະ ທ່ານນາງກໍ່ຢັ້ງຢືນວ່າ ສປຊ ໄດ້ຮັບຮູ້ກ່ຽວກັບບັນຫານີ້ຢ່າງເຂັ້ມງວດ ແລະ ມີຄວາມປາດຖະໜາວ່າ ໄຮຕີ ຕ້ອງຍົກໃຫ້ເຫັນຢ່າງຈະແຈ້ງວ່າ ຕ້ອງການໜູນຊ່ວຍຫຍັງ.

ຕອບກັບ

ຂ່າວ/ບົດ​ອື່ນ