ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຈັດ​ກອງ​ປະ​ຊຸມສະ​ໄໝ​ສາ​ມັນ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສາ​ກົນ

(VOVWORLD) -ວັນທີ 26 ພຶດສະພາ (ຕາມເວລາ ນິວຢອກ), ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມທາງອອນລາຍກ່ຽວກັບສະພາບການຢູ່ ຊີຣີ.
ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຈັດ​ກອງ​ປະ​ຊຸມສະ​ໄໝ​ສາ​ມັນ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສາ​ກົນ - ảnh 1ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມທາງອອນລາຍກ່ຽວກັບສະພາບການຢູ່ ຊີຣີ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກເຖິງບົດບາດຂອງວິທີການແກ້ໄຂທາງການເມືອງຢ່າງຮອບດ້ານ ເພື່ອແນໃສ່ນຳຊີວິດການເປັນຢູ່ຂອງປະຊາຊົນຊີຣີ ກັບຄືນສູ່ສະພາບທີ່ເປັນປົກກະຕິມາ. ທ່ານ ຖືວ່າ ເລື່ອງສ້າງຄວາມໄວ້ເນື້ອເຊື່ອໃຈ, ຍູ້ແຮງບັນດາຄວາມມານະພະຍາຍາມທາງການທູດ ແລະ ຮັກສາສະພາບການໃຫ້ສະຖຽນລະພາບ ແມ່ນສວມບົດບາດສຳຄັນພິເສດ  ເພື່ອໜູນຊ່ວຍວິວັດການການເມືອງນີ້.

ສ່ວນບັນຫາມະນຸດສະທຳ, ທ່ານເອກອັກຄະລັດຖະທູດ ໄດ້ຮຽກຮ້ອງຕ້ອງເພີ່ມທະວີ ການຮ່ວມມືໃນການຂົນສົ່ງສິນຄ້າໜູນຊ່ວຍມະນຸດສະທຳໄປທົ່ວຊີຣີ, ຊຸກຍູ້ການໜູນຊ່ວຍມະນຸດສະທຳສາກົນ, ໃນນັ້ນ ຈຸດສຸມແມ່ນການສະໜອງວັກຊິນກັນໂຄວິດ - 19 ໃນໄລຍະປັດຈຸບັນ.

ແລະກໍ່ໃນວັນດຽວກັນ, ຄະນະຜູ້ຕາງໜ້າຫວຽດນາມປະຈຳສປຊພ້ອມກັບຄະນະຜູ້ຕາງໜ້ານີເຊ, ໂກຕາ ຣີກາ, ແບກຊິກ, ສະວິດ, ໂຄງການສິ່ງແວດລ້ອມຂອງສປຊ (UNEP) ແລະອົງການ PAX ຈັດຕັ້ງການປຶກສາຫາລືທາງອອນລາຍກ່ຽວກັບຫົວຂໍ້ “ປົກປັກຮັກສາສິ່ງແວດລ້ອມໃນການປະທະ ແມ່ນປົກປ້ອງສາມັນຊົນ”.

ກ່າວຄຳເຫັນໄຂກອງປະຊຸມ, ທ່ານເອກອັກຄະລັດຖະທູດດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳສປຊໄດ້ເນັ້ນໜັກວ່າການປົກປັກຮັກສາສິ່ງແວດລ້ອມແມ່ນຄວາມຮັບຜິດຊອບຂອງປະຊາຄົມສາກົນ, ແລະຖືວ່າໃນການປະທະດ້ວຍອາວຸດ, ສະພາບແວດລ້ອມກາຍເປັນຜູ້ປະສົບເຄາະຮ້າຍ, ຖືກທຳລາຍ, ບຸກໂຈມຕີ, ມົນລະຜິດ, ຜົນກະທົບຢ່າງຫຍໍ້ທໍ້ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ກໍ່ຜົນຮ້າຍມະນຸດສະທຳຕໍ່ສະຂຸພາບປະຊາຄົມ, ຜົນຮ້າຍຢ້ອນຫຼັງຈາກການປະທະກັນ.

ແລະກໍ່ໃນຕອນບ່າຍວັນດຽວກັນ, ທີ່ກອງປະຊຸມທາງອອນລາຍ ສະພາຄວາມໝັ້ນຄົງ ສປຊ ກໍ່ປຶກສາຫາລືກ່ຽວກັບການປ່ຽນແປງທາງການເມືອງໃນວັນທີ 24 ພຶດສະພາທີ່ຜ່ານມາຢູ່ມາລີ, ໃນນັ້ນມີເລື່ອງກອງທັບມາລີກັກຕົວທ່ານປະທານາທິບໍດີ, ນາຍົກລັດຖະມົນຕີ ແລະ ບັນດາເຈົ້າໜ້າທີ່ລັດຖະບານປ່ຽນຜ່ານ, ທ່ານນາງ ຫງວຽນເຟືອງຈາ ທີ່ປຶກສາການພົວພັນຕ່າງປະເທດ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳ ສປຊ ໄດ້ເນັ້ນໜັກວ່າ ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍຄວາມອົດກັ້ນ, ແກ້ໄຂບັນດາຄວາມແຕກຕ່າງກັນຜ່ານການເຈລະຈາ, ປຶກສາຫາລືແລະສ້າງ ລັດຖະທຳມະນູດຄືນໃໝ່; ຮຽກຮ້ອງຕ້ອງການຮັບປະກັນຄວາມປອດໄພແລະ ປ່ອຍຕົວໃຫ້ບັນດາການນຳ, ເຈົ້າໜ້າທີ່ຂອງລັດຖະບານປ່ຽນຜ່ານ ແລະ ຫວັງວ່າບັນດາຝ່າຍຈະເຊື່ອມຕໍ່ວິວັດການປ່ຽນຜ່ານໂດຍໄວເພື່ອຜົນປະໂຫຍດຍາວນານຂອງຊາວມາລີ.

ຕອບກັບ

ຂ່າວ/ບົດ​ອື່ນ