ສະພາຄວາມໝັ້ນຄົງ ສປຊ ຈັດກອງປະຊຸມຮັບຟັງບົດລາຍງານຂອງປະທານອົງການຈັດຕັ້ງຄວາມໝັ້ນຄົງ ແລະ ຮ່ວມມື ເອີຣົບ (OSCE)

(VOVWORLD) - ວັນທີ 06 ກຸມພາ, ທີ່ສຳນັກງານສະຫະປະຊາຊາດຢູ່ ນິວຢອກ, ປະເທດ ອາເມລິກາ, ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ຈັດກອງປະຊຸມຮັບຟັງບົດລາຍງານກ່ຽວກັບການເຄື່ອນໄຫວຂອງອົງການຈັດຕັ້ງຄວາມໝັ້ນຄົງ ແລະ ຮ່ວມມື ເອີຣົບ (OSCE).


ສະພາຄວາມໝັ້ນຄົງ ສປຊ ຈັດກອງປະຊຸມຮັບຟັງບົດລາຍງານຂອງປະທານອົງການຈັດຕັ້ງຄວາມໝັ້ນຄົງ ແລະ ຮ່ວມມື ເອີຣົບ (OSCE) - ảnh 1 ສະພາຄວາມໝັ້ນຄົງ ສປຊ ຈັດກອງປະຊຸມຮັບຟັງບົດລາຍງານຂອງປະທານອົງການຈັດຕັ້ງຄວາມໝັ້ນຄົງ ແລະ ຮ່ວມມື ເອີຣົບ (ພາບ: UN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດີ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດ ໄດ້ຊົມເຊີຍບັນດາການເຄື່ອນໄຫວໜູນຊ່ວຍມະນຸດສະທຳ, ເປັນກາງ, ໄກ່ເກ່ຍ ແລະ ຊຸກຍູ້ວິວັດທະນາການສັນຕິພາບຂອງ OSCE ທີ່ບັນດາສະຖານທີ່ເຄັ່ງຮ້ອນຢູ່ ເອີຣົບ; ສະໜັບສະໜູນການເພີ່ມທະວີການຮ່ວມມືຂອງ OSCE ກັບສະພາຄວາມໝັ້ນຄົງໃຫ້ເໝາະສົມກັບພາກທີ 8 ຂອງກົດບັດສະຫະປະຊາຊາດ. ທ່ານເອກອັກຄະລັດຖະທູດ ດັ້ງດີ່ງກຸ໊ຍ ເນັ້ນໜັກວ່າ: ການເຄື່ອນໄຫວຂອງບັນດາອົງການຈັດຕັ້ງພາກພື້ນ ຕ້ອງປະຕິບັດຕາມກົດບັດສະຫະປະຊາຊາດ; ຍົກອອກບັນຫາແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ (WPS) ແລະ ບາງການເຄື່ອນໄຫວຮ່ວມມືທີ່ສາມາດຜັນຂະຫຍາຍໄດ້ໃນຂົງເຂດນີ້; ສະໜັບສະໜູນບົດບາດຂອງ OSCE ໃນການຕິດຕາມກວດກາ ແລະ ໜູນຊ່ວຍການປະຕິບັດຂໍ້ຕົກລົງ Minsk, ຢ້ຳຄືນຫຼັກການແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີເພື່ອໃຫ້ເໝາະສົມກັບກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ