ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຈັດ​ກອງ​ປະ​ຊຸມ​ໂດຍ​ກົງຄັ້ງ​ທຳ​ອິດ​ພາຍຫຼັງ 4 ເດືອນ

(VOVWORLD) -ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດຕັ້ງກອງປະຊຸມໂດຍກົງຄັ້ງທຳອິດໃນວັນທີ 14 ກໍລະກົດ, ພາຍຫຼັງ ຕ້ອງຮຽກໂຮມບັນດາກອງປະຊຸມທາງອອນລາຍແຕ່ກາງເດືອນມີນາຍ້ອນໂລກລະບາດ Covid – 19. 
ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຈັດ​ກອງ​ປະ​ຊຸມ​ໂດຍ​ກົງຄັ້ງ​ທຳ​ອິດ​ພາຍຫຼັງ 4 ເດືອນ - ảnh 1ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດຕັ້ງກອງປະຊຸມໂດຍກົງຄັ້ງທຳອິດໃນວັນທີ 14 ກໍລະກົດ (ພາບ:AFP/TTXVN)

ໃນກອງປະຊຸມນີ້, ສະພາຄວາມໝັ້ນຄົງ ສປຊ ໄດ້ຮັບຮອງເອົາມະຕິ 2 ສະບັບ, ພ້ອມກັບບັນດາການປຶກສາຫາລືກ່ຽວກັບໂກໂລມບີ ແລະ ບົດລາຍງານປະຈຳປີຂອງສະພາຄວາມໝັ້ນຄົງ ສປຊທີ່ກອງປະຊຸມສະມັດຊາໃຫຍ່ ສປຊ.

        ແຕ່ກາງເດືອນ ມີນາ, ພາຍຫຼັງປິດປະຕູສຳນັກງານ ສປຊ ຢູ່ນະຄອນນິວຢອກຊົ່ວຄາວ ມາເປັນເວລາ 3 ເດືອນ ຍ້ອນຜົນກະທົບຈາກໂລກລະບາດ Covid – 19, ສະພາຄວາມໝັ້ນຄົງສປຊ ໄດ້ປັບຕົວໃຫ້ແທດເໝາກັບສະພາບການປົກກະຕິໃໝ່ເມື່ອໃຫ້ກົງຈັກເຄື່ອນໄຫວຜ່ານຮູບການທາງອອນລາຍ ແລະ ນຳໃຊ້ບາງມາດຕະການຊົ່ວຄາວກ່ຽວກັບກົນໄກປຶກສາຫາລື, ເຈລະຈາ ແລະ ລົງປະຊາມະຕິທາງໄກ.

ຕອບກັບ

ຂ່າວ/ບົດ​ອື່ນ